ຄະນະຜູ້ແທນຄະນະກໍາມະການສະເພາະກິດລັດຖະບານຫວຽດນາມ ນໍາໂດຍທ່ານພົນໂທ ເລຈຽມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ, ປະທານຄະນະກໍາມະການສະເພາະກິດລັດຖະບານ. ຄະນະຜູ້ແທນຄະນະກຳມະການສະເພາະກິດລັດຖະບານລາຊະອານາຈັກກໍາປູເຈຍ ນໍາໂດຍທ່ານ Sieng Lapresse, ທີ່ປຶກສາລັດຖະບານ, ຮອງປະທານຄະນະກຳມະການສະເພາະກິດລັດຖະບານ.

leftcenterrightdel
ສອງຝ່າຍລົງນາມໃນບົດບັນທຶກສົມທົບກັນປະຕິບັດໜ້າທີ່. ພາບ: ຮວ່າງແທັ່ງ.

ທ່ານພົນໂທ ເລຈຽມ ຢັ້ງຢືນວ່າ, ໝາກຜົນການຊອກຫາອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດເພື່ອຊາດຢູ່ກໍາປູເຈຍ ໃນລະດູແລ້ງປີ 2018-2019 ໄດ້ສະແດງໃຫ້ເຫັນຄວາມມານະພະຍາຍາມ, ສົມທົບກັນລະຫວ່າງຄະນະກຳມະການສະເພາະກິດລັດຖະບານສອງປະເທດຢ່າງມີປະສິດທິຜົນ. ພ້ອມທັງສະເໜີໃຫ້ຄະນະກຳມະການສະເພາະກິດ ລັດຖະບານລາຊະອານາຈັກກໍາປູເຈຍ ສືບຕໍ່ໜູນຊ່ວຍ, ຊ່ວຍເຫຼືອສ້າງຄວາມສະດວກເພື່ອໃຫ້ບັນດາກອງທ້ອນໂຮມຂອງຫວຽດນາມ ປະຕິບັດໜ້າທີ່.

ທ່ານ Sieng Lapresse ສະແດງຄວາມຂອບໃຈຕໍ່ການຕ້ອນຮັບຢ່າງສົມກຽດ, ຮອບຄອບຖີ່ຖ້ວນຂອງຄະນະກໍາມະການສະເພາະກິດລັດຖະບານຫວຽດນາມ, ຮັບປະກັນໃຫ້ຄະນະໄດ້ເຮັດວຽກບັນລຸໝາກຜົນດີທີ່ສຸດ ແລະຢັ້ງຢືນວ່າ: ໝາກຜົນການປະຕິບັດວຽກງານສົມທົບກັນຊອກຫາ, ທ້ອນໂຮມ, ສົ່ງອັດຖິທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດເພື່ອຊາດຢູ່ກໍາປູເຈຍ ໃນສະໄໝສົງຄາມກັບຄືນປະເທດຈະປະກອບສ່ວນເພີ່ມທະວີການພົວພັນອັນດີງາມລະຫວ່າງລັດຖະບານ, ກອງທັບ ແລະປະຊາຊົນສອງປະເທດຫວຽດນາມ-ກໍາປູເຈຍ...

ໂດຍ: ເຈິ່ນຮວ່ຽນ