leftcenterrightdel
 ບັນດາຜູ້ແທນເຂົ້າຮ່ວມການພົບປະເຈລະຈາ. ພາບ: baohatinh.vn.

ເພື່ອໃຫ້ວຽກງານທ້ອນໂຮມອັດຖິໃນລະດູແລ້ງ 2019 - 2020 ດຳເນີນຢ່າງສະດວກ, ບັນລຸໄດ້ໝາກຜົນ, ຄະນະປະຕິບັດງານພິເສດແຂວງຮ່າຕີ໋ງ ໄດ້ຊີ້ນໍາກອງທ້ອນໂຮມ, ແບ່ງໜ້າທີ່ຄວາມຮັບຜິດຊອບໃຫ້ພະນັກງານສືບຕໍ່ໃກ້ຊິດຕິດແທດ, ກໍາແໜ້ນບໍລິເວນ, ສົມທົບຢ່າງແໜ້ນແຟ້ນກັບກອງທ້ອນໂຮມຂອງນະຄອນຫຼວງວຽງຈັນ, ຈັດຕັ້ງການສຳຫຼວດ, ກວດກາຂໍ້ມູນກ່ຽວກັບຂຸມຝັງສົບນັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ບັນດາທ້ອງຖິ່ນໃນບໍລິເວນໄດ້ຕື່ມອີກ 3 ຂໍ້ມູນ ແລະສືບຕໍ່ຍູ້ແຮງວຽກງານສົມທົບ, ກວດກາ, ເປີດກວ້າງບໍລິເວນຊອກຫາ...

leftcenterrightdel
ຄະນະປະຕິບັດງານພິເສດແຂວງຮ່າຕີ໋ງ ມອບໃບຍ້ອງຍໍຂອງຄະນະກໍາມະການປະຊາຊົນແຂວງຮ່າຕີ໋ງ ໃຫ້ 1 ໝູ່ຄະນະ ແລະ 5 ບຸກຄົນ ສັງກັດຄະນະປະຕິບັດງານພິເສດນະຄອນຫຼວງວຽງຈັນ ທີ່ມີຜົນງານດີເດັ່ນໃນວຽກງານສົມທົບ, ທ້ອນໂຮມອັດຖິ, ຄົ້ນຫາຂຸມຝັງສົບນັກຮົບເສຍສະຫຼະຊີວິດເພື່ອຊາດໃນລະດູແລ້ງ 2018-2019. ພາບ: baohatinh.vn.

ກໍ່ທີ່ການເຮັດວຽກ, ການນໍາຄະນະປະຕິບັດງານພິເສດແຂວງຮ່າຕີ໋ງ ແລະນະຄອນຫຼວງວຽງຈັນ ໄດ້ປຶກສາຫາລື ແລະເຫັນດີເປັນເອກະພາບຕໍ່ບາງເນື້ອໃນສໍາຄັນ.

ໃນນັ້ນ, ກ່ຽວກັບຝ່າຍປະເທດເພື່ອນລາວ, ແມ່ນສຸມໃສ່ຊີ້ນໍາທຸກຂັ້ນປະຕິບັດວຽກງານໂຄສະນາ, ປຸກລະດົມຂະບວນການສະໜອງຂໍ້ມູນກ່ຽວກັບຂຸມຝັງສົບນັກຮົບເສຍສະຫຼະຊີວິດເພື່ອຊາດຫວຽດນາມ ໃນບັນດາຄະນະ, ຂະແໜງການ, ອົງການຈັດຕັ້ງມະຫາຊົນ ແລະປະຊາຊົນລາວບັນດາເຜົ່າຈາກແຂວງຈົນໄປຮອດຂັ້ນບ້ານໃຫ້ເປັນຢ່າງດີ; ສືບຕໍ່ຊີ້ນໍາບັນດາເມືອງ, ບ້ານສົມທົບຊ່ວຍເຫຼືອໃນການຈັດສົ່ງກໍາລັງໄປພ້ອມ, ສະໜອງຂໍ້ມູນ, ນຳທາງ, ຈັດວາງກໍາລັງຮັບປະກັນຄວາມສະຫງົບປອດໄພໃຫ້ແກ່ພະນັກງານ, ນັກຮົບກອງທ້ອນໂຮມປະຕິບັດໜ້າທີ່, ເປັນຕົ້ນແມ່ນຢູ່ບັນດາເຂດຫ່າງໄກສອກຫຼີກ, ບໍລິເວນທຸລະກັນດານ.

ໂດຍ: ຄໍາແພງ