ທ່ານ ຫງວຽນຊວນຄວາດ ເລົ່າສູ່ຟັງວ່າ, ພາຍຫຼັງຫຼາຍປີທີ່ໄດ້ພົບປະກັບເພື່ອນຮ່ວມກົມກອງຜູ້ເປັນອ້າຍຂອງຕົນແຕ່ລະຄົນ, ທ່ານສາມາດຮູ້ໄດ້ບ່ອນປົງສົບອ້າຍຂອງຕົນ ແຕ່ເມື່ອມາຮອດບ່ອນນັ້ນພັດບໍ່ເຫັນຮ່ອງຮອຍຫຍັງເລີຍ.

leftcenterrightdel
ພິທີຈັດສົ່ງພວກອ້າຍກັບຄືນບ້ານເກີດເມືອງນອນ. ພາບ: ຕ໋ຽນຮຸ່ງ.

ທ່ານພັນເອກ ຫງວຽນວັນນາມ, ຫົວໜ້າກອງທ້ອນໂຮມ ຖືວ່າ, ການຂຸດຄົ້ນອັດຖິນັກຮົບທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ ແມ່ນຫຍຸ້ງຍາກທີ່ສຸດ, ພິເສດ, ເຂົາເຈົ້າສ່ວນຫຼາຍໄດ້ເສຍສະຫຼະຊີວິດກ່ອນນີ້ເປັນເວລາເກືອບເຄິ່ງສະຕະວັດແລ້ວ, ເພື່ອກໍານົດບ່ອນປົງສົບໄດ້ຢ່າງຊັດເຈນແມ່ນສິ່ງທີ່ຫຍຸ້ງຍາກທີ່ສຸດ. ກອງທ້ອນໂຮມໄດ້ຮັບມອບໝາຍໜ້າທີ່ຂຸດຄົ້ນອັດຖິຢູ່ແຂວງຊຽງຂວາງ, ວຽງຈັນ ແລະໄຊສົມບູນ. ໃນນັ້ນ, ແຂວງຊຽງຂວາງ ໄດ້ຮັບຖືວ່າແມ່ນແຂວງທີ່ມີທະຫານອາສາສະໝັກຫວຽດນາມທີ່ເສຍສະຫຼະຊີວິດຫຼາຍທີ່ສຸດ. ພາຍຫຼັງລະດູຝົນຢູ່ລາວ ສິ້ນສຸດ, ນັກຮົບຂອງກອງທ້ອນໂຮມເກືອບ 100 ຄົນ ໄດ້ແບ່ງເປັນ 4 ທິດ. ແຕ່ລະທິດບາງເທື່ອມີນັກຮົບພຽງ 2-3 ຄົນເທົ່ານັ້ນ, ແຕ່ຮັບຜິດຊອບເຖິງ 2 ເມືອງ.

leftcenterrightdel
ບັນດາຄາບເຂົ້າກາງປ່າຂອງກອງຂຸດຄົ້ນ, ທ້ອນໂຮມອັດຖິນັກຮົບທີ່ເສຍສະຫຼະຊີວິດ. ພາບ: ຕ໋ຽນຮຸ່ງ.

ເພື່ອຂຸດຄົ້ນບັນດາອັດຖິນັກຮົບທີ່ເສຍສະຫຼະຊີວິດດັ່ງກ່າວ, ບັນດານັກຮົບເຄີຍອີງໃສ່ຂໍ້ມູນຕ່າງໆຄື: ແຜນວາດສຸສານໂດຍບັນດາກົມກອງສະໜອງໃຫ້, ຂໍ້ມູນຈາກບັນດານັກຮົບເກົ່າຜູ້ທີ່ໄດ້ປົງສົບໂດຍກົງ ຫຼື ຍາດຕິພີ່ນ້ອງຂອງນັກຮົບທີ່ເສຍສະຫຼະຊີວິດ ແລະຂໍ້ມູນຈາກປະຊາຊົນທ້ອງຖິ່ນ. ເຖິງຢ່າງໃດກໍ່ຕາມ, ຂໍ້ມູນທັງໝົດເຫຼົ່ານີ້ພັດບໍ່ຊັດເຈນປານໃດ. ຍ້ອນເວລາດົນເຕີບ ສະນັ້ນປະຈຸບັນແຜນວາດກໍ່ບໍ່ມີປະສິດທິຜົນອີກ, ຍ້ອນພູມີປະເທດໄດ້ປ່ຽນແປງຫຼາຍ.

ລະດູແຫ້ງຢູ່ລາວ ອາກາດຮ້າຍແຮງທີ່ສຸດ, ບັນດານັກຮົບກອງທ້ອນໂຮມຕ້ອງຕັ້ງຕູບນອນກາງປ່າມາຫຼາຍວັນ. ບັນດາຄາບເຂົ້າໃນປ່າແມ່ນສິ່ງທີ່ລື້ງເຄີຍສຳລັບເຂົາເຈົ້າ. ເສັ້ນທາງໄປມາບໍ່ສະດວກ, ຍ້ອນເຫດນັ້ນເຂົາເຈົ້າຕ້ອງຍ່າງໄປ, ຂ້າມປ່າ, ລົງຫ້ວຍ. ບັນດານັກຮົບທັງໄປທັງເປີດທາງ. ມີບາງບ່ອນຕ້ອງເສຍເວລາ 2 ວັນ ແຕ່ການຂຸດຄົ້ນກໍ່ບໍ່ໄດ້ຮັບຜົນເທື່ອ. ສະໜາມຮົບເກົ່າໃນປະຈຸບັນໄດ້ຮັບການປົກຄຸມດ້ວຍປ່າໄມ້ອຸ່ມທູ່ມ, ແຕ່ຍັງມີລະເບີດໝາກມິນຕົກຄ້າງຫຼາຍຢູ່. ສະນັ້ນມີນັກຮົບຫຼາຍຄົນຖືກບາດເຈັບຍ້ອນຢຽບ ຫຼື ຂຸດໃສ່ລະເບີດໝາກມິນບໍ່ທັນແຕກໃນຂະນະຂຸດຄົ້ນອັດຖິ.

leftcenterrightdel
ວິວັດການຂຸດຄົ້ນ, ທ້ອນໂຮມອັດຖິນັກຮົບທີ່ເສຍສະຫຼະຊີວິດຂອງກອງທ້ອນໂຮມ. ພາບ: ຕ໋ຽນຮຸ່ງ.

ທ່ານພັນເອກ ຫງວຽນວັນນາມ ເວົ້າວ່າ “ສິ່ງທີ່ພາໃຫ້ພວກຂ້າພະເຈົ້າ ກັງວົນທີ່ສຸດນັ້ນແມ່ນການກໍານົດຊື່ ແລະນາມສະກຸນຂອງອັດຖິຍາກທີ່ສຸດ, ເຖິງວ່າໄດ້ຮູ້ຢ່າງຊັດເຈນວ່ານັ້ນແມ່ນອັດຖິນັກຮົບເສຍສະຫຼະຊີວິດຫວຽດນາມ. ບາງອັດຖິມີຊື່ແລ້ວແຕ່ພັດບໍ່ມີຊື່ກົມກອງ, ບາງອັດຖິພຽງແຕ່ມີບ້ານເກີດເທົ່ານັ້ນ...

ນັບແຕ່ປີ 1984 ມາຮອດປະຈຸບັນ, ກອງຂຸດຄົ້ນ, ທ້ອນໂຮມອັດຖິນັກຮົບທີ່ເສຍສະຫຼະຊີວິດຂອງແຂວງເງະອານ ໄດ້ຂຸດຄົ້ນ, ທ້ອນໂຮມອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ ກວ່າ 12.000 ອັດຖິ. ໃນນັ້ນ, ໄດ້ຈັດຕັ້ງການຈັດສົ່ງອັດຖິນັກຮົບທີ່ເສຍສະຫຼະຊີວິດທີ່ໄດ້ກໍານົດຊື່ ແລະນາມສະກຸນ, ບ້ານເກີດໃຫ້ກວ່າ 900 ອັດຖິ ເພື່ອໃຫ້ອໍານາດການປົກຄອງທ້ອງຖິ່ນ ແລະຄອບຄົວຈັດຕັ້ງພິທີໄວ້ອາໄລ, ປົງອັດຖິຢູ່ບ້ານເກີດເມືອງນອນ. ສະເພາະລະດູແຫ້ງປີ 2018-2019, ກົມກອງໄດ້ທ້ອນໂຮມອັດຖິນັກຮົບທີ່ເສຍສະຫຼະຊີວິດ 98 ອັດຖິ.

ໂດຍ: ທະນາພອນ