ທີ່ການພົບປະເຈລະຈາ, ສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ສົມທົບກັນຊີ້ນໍາຊອກຫາ, ທ້ອນໂຮມ, ສົ່ງອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ ກັບຄືນປະເທດ.

ທີ່ການພົບປະເຈລະຈາ, ຄະນະປະຕິບັດງານພິເສດລັດຖະບານສອງປະເທດຫວຽດນາມ-ລາວ ຕີລາຄາສູງໝາກຜົນທີ່ບັນລຸໄດ້ໃນການສົມທົບກັນຊອກຫາອັດຖິນັກຮົບເສຍສະຫຼະຊີວິດໃນລະດູແລ້ງ 2018-2019. ຄະນະປະຕິບັດງານພິເສດລັດຖະບານ, ອໍານາດການປົກຄອງທຸກຂັ້ນຂອງສອງປະເທດ ໄດ້ສົມທົບກັນຢ່າງແໜ້ນແຟ້ນ, ແກ້ໄຂບັນດາຄວາມຫຍຸ້ງຍາກໃນການຈັດຕັ້ງປະຕິບັດໜ້າທີ່ຢ່າງທັນການ. ຝ່າຍລາວ ໄດ້ໜູນຊ່ວຍ, ຊ່ວຍເຫຼືອຢ່າງມີປະສິດທິຜົນ, ເປັນປະຈຳ, ສະນັ້ນບັນດາກອງທ້ອນໂຮມຂອງຫວຽດນາມ ໄດ້ຊອກເຫັນອັດຖິນັກຮົບເສຍສະຫຼະຊີວິດ 230 ອັດຖິ. ນອກຈາກນັ້ນ, ຄະນະປະຕິບັດງານພິເສດລັດຖະບານ ສອງປະເທດ ໄດ້ປະຕິບັດສໍາເລັດ, ຈຳໜ່າຍປື້ມ ແລະຟິມເອກະສານ (ເປັນພາສາຫວຽດນາມ ແລະພາສາລາວ) ກ່ຽວກັບວຽກງານຊີ້ນໍາ, ນໍາພາ ແລະສົມທົບກັນຊອກຫາ, ທ້ອນໂຮມ, ສົ່ງອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມທີ່ເສຍສະຫຼະຊີວິດຢູ່ລາວ ໄລຍະ 1994-2016.

leftcenterrightdel
ສອງຝ່າຍລົງນາມໃນເອກະສານສືບຕໍ່ສົມທົບກັນຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດໃນລະດູແລ້ງ 2019-2020. ພາບ: ດຶກຢຸກ.

ສ່ວນຝ່າຍຫວຽດນາມ ສືບຕໍ່ຮັກສາ 8 ກອງທ້ອນໂຮມປະຕິບັດໜ້າທີ່ໃນບໍລິເວນບັນດາແຂວງ, ນະຄອນຂອງລາວ. ຝ່າຍລາວສືບຕໍ່ຊີ້ນໍາອົງການການທະຫານທຸກຂັ້ນ ຈັດສົ່ງພະນັກງານເຂົ້າຮ່ວມກັບກອງທ້ອນໂຮມຂອງຫວຽດນາມ; ພ້ອມກັນນັ້ນຍູ້ແຮງວຽກງານໂຄສະນາ, ຂົນຂວາຍປະຊາຊົນທຸກຊັ້ນວັນນະ ສະໜອງຂໍ້ມູນກ່ຽວກັບນັກຮົບເສຍສະຫຼະຊີວິດ, ຂຸມຝັງສົບທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ.

ໂດຍ: ທູຈາງ