ພິທີດັ່ງກ່າວມີການເຂົ້າຮ່ວມຂອງການນໍາທະຫານເຂດ 2, ຜູ້ຕາງໜ້າອໍານາດການປົກຄອງແຂວງອຸດົມໄຊ, ສະມາຄົມຊາວຫວຽດນາມ ຢູ່ແຂວງອຸດົມໄຊ ແລະປະຊາຊົນລາວ ເປັນຈໍານວນຫຼວງຫຼາຍ.

leftcenterrightdel
ທ່ານພົນຈັດຕະວາ ເຈິ່ນງອັກຕ໊ວນ ຮອງຫົວໜ້າການເມືອງກອງບັນຊາການທະຫານເຂດ 2 ແລະທ່ານ ຄໍາພຽງ ຢາຈົງວາ ຮອງເຈົ້າແຂວງໆອຸດົມໄຊ ພ້ອມດ້ວຍພະນັກງານ, ນັກຮົບອຳລານັກຮົບເສຍສະຫຼະຊີວິດເພື່ອຊາດ ຄັ້ງສຸດທ້າຍ. ພາບ: vov.vn.

ຢູ່ພິທີ, ທ່ານພົນຈັດຕະວາ ເຈິ່ນງອັກຕ໊ວນ, ຮອງຫົວໜ້າການເມືອງກອງບັນຊາການທະຫານເຂດ 2 ພ້ອມດ້ວຍຜູ້ຕາງໜ້າການນໍາແຂວງອຸດົມໄຊ, ພະນັກງານ, ນັກຮົບກອງທ້ອນໂຮມ, ສະມາຄົມຊາວຫວຽດນາມ ຢູ່ແຂວງອຸດົມໄຊ ໄດ້ຖະຫວາຍທູບທຽນ, ດອກໄມ້ດ້ວຍຄວາມເຄົາລົບນັບຖື, ຈັດພິທີສົ່ງອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດກັບຄືນປະເທດ. ເມື່ອຂະບວນລົດສົ່ງອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ໄປຜ່ານທີ່ມີນັກຮຽນ ແລະປະຊາຊົນລາວ ໃນເຂດເປັນຈໍານວນຫຼວງຫຼາຍຢືນຢູ່ແຄມທາງໂບກທຸງຊາດ ລາວ-ຫວຽດນາມ ເພື່ອອໍາລາທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ລາວ ກັບຄືນປະເທດ.

leftcenterrightdel
ພະນັກງານ, ນັກຮົບກອງທ້ອນໂຮມ ໄຕ້ທູບທຽນອໍາລາບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ. ພາບ: vov.vn.

ພິທີໄວ້ອາໄລ ແລະປົງອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ຈະໄດ້ຈັດຕັ້ງໃນຕອນເຊົ້າວັນທີ 19 ມິຖຸນາ, ທີ່ສຸສານຕົງຄາວ, ນະຄອນດ້ຽນບຽນຝູ, ແຂວງດ້ຽນບຽນ.

ໂດຍ: ເກື່ອງດັ້ງ