ໃນລະດູແລ້ງ 2018-2019,  ໂດຍໄດ້ຮັບຄວາມເອົາໃຈໃສ່, ການຊີ້ນໍາ, ນຳພາຈາກທຸກຂັ້ນ, ກໍ່ຄືການສົມທົບກັນຂອງຄະນະພັກ, ອໍານາດການປົກຄອງ 9 ເມືອງ, ເທດສະບານແຂວງ, ນະຄອນ; ຄະນະພັກ, ອໍານາດການປົກຄອງ, ກໍາລັງປະກອບອາວຸດ ແລະປະຊາຊົນລາວບັນດາເຜົ່າ (ແຂວງສາລະວັນ, ເຊກອງ), ສະນັ້ນວຽກງານຊອກຫາ, ຂຸດຄົ້ນ, ທ້ອນໂຮມອັດຖິນັກຮົບທີ່ເສຍສະຫຼະຊີວິດ ໃນລະດູແລ້ງ 2018-2019 ໄດ້ສໍາເລັດໜ້າທີ່ທີ່ໄດ້ວາງອອກເປັນຢ່າງດີ. ຜົນປະກົດວ່າ, ໃນລະດູແລ້ງ 2018-2019, ກອງທ້ອນໂຮມ 192 ແລະບັນດາກົມກອງ ໄດ້ຊອກຫາ, ຂຸດຄົ້ນ ແລະທ້ອນໂຮມອັດຖິນັກຮົບທີ່ເສຍສະຫຼະຊີວິດພາຍໃນປະເທດ 12 ອັດຖິ; ອັດຖິນັກຮົບທີ່ເສຍສະຫຼະຊີວິດຢູ່ລາວ 18 ອັດຖິ.

leftcenterrightdel
ຫົວໜ້າຄະນະຊີ້ນໍາ 515 ມອບໃບຍ້ອງຍໍໃຫ້ແກ່ໝູ່ຄະນະ ແລະບຸກຄົນທີ່ມີຜົນງານດີເດັ່ນໃນວຽກ ງານທ້ອນໂຮມອັດຖິນັກຮົບທີ່ເສຍສະຫຼະຊີວິດ ລະດູແລ້ງ 2018-2019. ພາບ: baophapluat.

ເພື່ອຊອກຫາ, ທ້ອນໂຮມອັດຖິນັກຮົບທີ່ເສຍສະຫຼະຊີວິດໃຫ້ບັນລຸໝາກຜົນເປັນຢ່າງດີ, ການນໍາແຂວງເທື່ອທຽນເຫວ້ ສະເໜີບັນດາສະຫາຍໃນຄະນະຊີ້ນໍາ, ບັນດາພະແນກ, ຂະແໜງການ, ທ້ອງຖິ່ນຕ້ອງຍົກສູງຄວາມຮັບຜິດຊອບໃນວຽກງານຊອກຫາ, ຂຸດຄົ້ນ, ທ້ອນໂຮມອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ; ພ້ອມກັນນັ້ນ, ບັນດາກົມກອງ, ທ້ອງຖິ່ນຍັງຍູ້ແຮງການໂຄສະນາເຜີຍແຜ່ກ່ຽວກັບວຽງການຊອກຫາ, ຂຸດຄົ້ນ ແລະທ້ອນໂຮມອັດຖິນັກຮົບທີ່ເສຍສະຫຼະຊີວິດ; ສ້າງຕັ້ງ, ປັບປຸງກໍາລັງປະຕິບັດ ໜ້າທີ່, ເກັບກໍາຂໍ້ມູນຂ່າວສານເພື່ອຮັບໃຊ້ວຽກງານຊອກຫາ, ທ້ອນໂຮມອັດຖິນັກຮົບທີ່ເສຍສະຫຼະຊີວິດ; ຈັດຕັ້ງການແຈ້ງຂ່າວກ່ຽວກັບນັກຮົບທີ່ເສຍສະຫຼະຊີວິດ, ຂຸມຝັງສົບນັກຮົບທີ່ເສຍສະຫຼະຊີວິດ, ຍູ້ແຮງການເຄື່ອນໄຫວຊອກຫາ, ຂຸດຄົ້ນ ແລະທ້ອນໂຮມອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ; ຮັບປະກັນອຸປະກອນ, ງົບປະມານໃຫ້ແກ່ການປະຕິບັດໜ້າທີ່ຊອກຫາ, ຂຸດຄົ້ນ, ທ້ອນໂຮມອັດຖິນັກຮົບທີ່ເສຍສະຫຼະຊີວິດ.

ໂດຍ: ທູຈາງ