ທ່ານ ເລງອັກຮວາ, ຮອງປະທານຄະນະກໍາມະການປະຊາຊົນແຂວງ, ຫົວໜ້າຄະນະຊີ້ນໍາ 515 ແຂວງເງະອານ ແລະທ່ານພັນເອກ ຖ໊າຍດຶ໊ກແຮ້ງ, ຫົວໜ້າການເມືອງກອງບັນຊາການທະຫານແຂວງ, ຮອງຫົວໜ້າຜູ້ປະຈໍາການຄະນະຊີ້ນໍາ 515 ແຂວງ ເປັນປະທານຮ່ວມກອງປະຊຸມ.

leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: truyenhinhnghean.vn.
leftcenterrightdel
ທ່ານ ເລງອັກຮວາ, ຮອງປະທານຄະນະກໍາມະການປະຊາຊົນແຂວງ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: truyenhinhnghean.vn.

ລະດູແລ້ງປີ 2018-2019, ຄະນະຊີ້ນໍາ 515 ແລະກອງບັນຊາການທະຫານແຂວງເງະອານ ໄດ້ຊີ້ນໍາກອງທ້ອນໂຮມອັດຖິປະຕິບັດຕາມທິດນໍາ “4 ພ້ອມ” (ພ້ອມກັນກິນ, ພ້ອມກັນຢູ່, ພ້ອມກັນໄປເຮັດວຽກ, ພ້ອມກັນເວົ້າພາສາລາວ) ເປັນຢ່າງດີ; ເປັນເຈົ້າການແກ້ໄຂຄວາມຫຍຸ້ງຍາກດ້ານພູມີປະເທດ, ບໍລິເວນ, ອາກາດ, ສົມທົບກັບຄະນະພັກ, ອໍານາດການປົກຄອງ, ກໍາລັງປະກອບອາວຸດ ແລະປະຊາຊົນແຂວງຊຽງຂວາງ, ວຽງຈັນ, ໄຊສົມບູນ ຂອງປະເທດລາວ ຢ່າງແໜ້ນແຟ້ນ ເພື່ອດໍາເນີນການສໍາຫຼວດ, ຊອກຫາ, ຂຸດຄົ້ນ, ຈັດສົ່ງອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວຈໍານວນ 98 ຊຸດກັບເມືອປະເທດ (ບັນລຸໄດ້ 122,5% ແຜນການທີ່ວາງອອກ).

leftcenterrightdel
ກອງທ້ອນໂຮມອັດຖິ ດໍາເດີນການຂຸດຄົ້ນອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ. ພາບ: truyenhinhnghean.vn.

ໃນວິວັດການປະຕິບັດໜ້າທີ່, ກອງທ້ອນໂຮມອັດຖິ ກໍ່ໄດ້ປະຕິບັດວຽກງານຂົນຂວາຍປະຊາຊົນເປັນຢ່າງດີ, ປະກອບສ່ວນຊ່ວຍປະຊາຊົນລາວ ຍົກສູງຄຸນນະພາບຊີວິດການເປັນຢູ່, ປັບປຸງສາຍພົວພັນສາມັກຄີມິດຕະພາບແບບພິເສດລະຫວ່າງສອງປະເທດຫວຽດນາມ-ລາວ ອ້າຍນ້ອງຕື່ມອີກ.

leftcenterrightdel
ກອງບັນຊາການທະຫານແຂວງ ໄດ້ມອບໃບຍ້ອງຍໍໃຫ້ແກ່ 4 ໝູ່ຄະນະທີ່ມີຜົນງານດີເດັ່ນໃນວຽກງານທ້ອນໂຮມອັດຖິທະຫານທີ່ເສຍສະຫຼະຊີວິດ. ພາບ: truyenhinhnghean.vn.
leftcenterrightdel
ກອງບັນຊາການທະຫານແຂວງ ໄດ້ມອບໃບຍ້ອງຍໍໃຫ້ແກ່ບຸກຄົນຈໍານວນ 10 ຄົນທີ່ມີຜົນງານດີເດັ່ນໃນວຽກງານທ້ອນໂຮມອັດຖິທະຫານທີ່ເສຍສະຫຼະຊີວິດ. ພາບ: truyenhinhnghean.vn.

ພ້ອມກັບການເຫັນດີເປັນເອກະພາບຕໍ່ໜ້າທີ່ປະຕິບັດວຽກງານຊອກຫາ, ທ້ອນໂຮມອັດຖິທະຫານທີ່ເສຍສະຫຼະຊີວິດ ລະດູແລ້ງປີ 2018-2019, ເນື່ອງໃນໂອກາດນີ້, ກອງບັນຊາການທະຫານແຂວງ ໄດ້ມອບໃບຍ້ອງຍໍໃຫ້ແກ່ 4 ໝູ່ຄະນະ ແລະ 10 ບຸກຄົນທີ່ມີຜົນງານດີເດັ່ນໃນວຽກງານທ້ອນໂຮມອັດຖິທະຫານທີ່ເສຍສະຫຼະຊີວິດ ລະດູແລ້ງປີ 2018-2019.

ໂດຍ: ທະນາພອນ