ໃນລະດູແລ້ງ 2018-2019, ກອງທ້ອນໂຮມກອງບັນຊາການທະຫານແຂວງເງະອານ ສືບຕໍ່ໄດ້ຮັບມອບໝາຍໃຫ້ປະຕິບັດໜ້າທີ່ການສໍາຫຼວດ, ຊອກຫາ, ທ້ອນໂຮມອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ລາວ ໃນບໍລິເວນ 3 ແຂວງ: ຊຽງຂວາງ, ວຽງຈັນ, ໄຊສົມບູນ. ໃນວິວັດການປະຕິບັດໜ້າທີ່, ເຖິງວ່າແຫຼ່ງຂໍ້ມູນກ່ຽວກັບຂຸມຝັງສົບນັບມື້ນັບໜ້ອຍລົງ, ບໍລິເວນຊອກຫາທຸລະກັນດານ, ຕົ້ນຕໍຢູ່ເຂດຫ່າງໄກສອກຫຼີກ, ເງື່ອນໄຂອາກາດຮ້າຍແຮງກໍ່ຕາມ, ແຕ່ພະນັກງານ, ພາລະກອນກອງທ້ອນໂຮມແຂວງເງະອານ ຍາມໃດກໍ່ສາມັກຄີກັນ, ເປັນເຈົ້າການແກ້ໄຂຄວາມຫຍຸ້ງຍາກ, ສົມທົບກັນຢ່າງແໜ້ນແຟ້ນກັບຄະນະປະຕິບັດງານພິເສດ ແລະຄະນະພັກ, ອຳນາດການປົກຄອງ, ປະຊາຊົນ, ກໍາລັງປະກອບອາວຸດບັນດາທ້ອງຖິ່ນ ເພື່ອຜັນຂະຫຍາຍບ່ອນຊອກຫາ, ທ້ອນໂຮມຢ່າງມີປະສິດທິຜົນ.  ຍ້ອນແນວນັ້ນ, ກອງທ້ອນໂຮມແຂວງເງະອານ ຈຶ່ງຂຸດຄົ້ນໄດ້ອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ລາວ 98 ຊຸດ.

leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມພິທີປົງສົບ. ພາບ: ເຈິ່ນຢຸງ.

ທີ່ພິທີ, ບັນດາຄະນະຜູ້ແທນໄດ້ວາງພວງມາລາ, ໄຕ້ທູບທຽນອາໄລຫາຕໍ່ດວງວິນຍານທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມໄດ້ອຸທິດສ່ວນສະຫຼະຊີວິດໄວໜຸ່ມ, ເສຍສະຫຼະຊີວິດຢ່າງພິລະອາດຫານ ເພື່ອພື້ນຖານສັນຕິພາບ, ເອກະລາດ, ເພື່ອໜ້າທີ່ສາກົນອັນສູງສົ່ງ ແລະນໍ້າໃຈມິດຕະພາບ, ສາມັກຄີແບບພິເສດສັດຊື່ບໍລິສຸດຂອງສອງປະເທດ ຫວຽດນາມ-ລາວ.

ໂດຍ: ເຈິ່ນຮວ່ຽນ