ເຂົ້າຮ່ວມພິທີມີບັນດາຄະນະ, ຂະແໜງການສອງແຂວງແທງຮວ໋າ ແລະຫົວພັນ, ປະຊາຊົນລາວບັນດາເຜົ່າ ແລະປະຊາຄົມຊາວຫວຽດນາມ ທີ່ພວມດໍາລົງຊີວິດຢູ່ແຂວງຫົວພັນ.

leftcenterrightdel
 
leftcenterrightdel
ພິທີສົ່ງອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດກັບເມືອປະເທດ. ພາບ: ແທງຫາຍ.

ນີ້ແມ່ນບັນດາອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ, ໂດຍກອງທ້ອນໂຮມກອງບັນຊາການແຂວງແທງຮວ໋າ ໄດ້ຊອກຫາ, ຂຸດຄົ້ນ ແລະທ້ອນໂຮມໃນລະດູແລ້ງປີ 2018-2019 ຢູ່ເມືອງຊໍາເໜືອ, ວຽງໄຊ, ຊໍາໃຕ້, ຫົວເມືອງ ແລະເມືອງຮ້ຽມ ແຂວງຫົວພັນ, ລາວ.

ກ່ອນໜ້ານັ້ນ, ຄະນະຊີ້ນໍາ 515 ແຂວງແທງຮວ໋າ ແລະຄະນະປະຕິບັດງານພິເສດແຂວງຫົວພັນ ໄດ້ຈັດຕັ້ງການຕີລາຄາວຽກງານສົມທົບກັນ, ຊອກຫາອັດຖິ, ເພື່ອແນໃສ່ເຫັນດີເປັນເອກະພາບຕໍ່ແຜນການໃນໄລຍະຈະມາເຖິງ. ຕາມແຜນການແລ້ວ, ແຂວງແທງຮວ໋າ ຈະຈັດຕັ້ງພິທີປົງອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ 18 ຊຸດ ຢ່າງສົມກຽດໃນວັນທີ 14 ພຶດສະພາ, ທີ່ສຸສານສາກົນດົ່ງເຕີມ (ບ໋າເທຶ້ຶຶຶອກ)

ໂດຍ: ເກື່ອງດັ້ງ