ນີ້ແມ່ນຄັ້ງທີ 40, ແຂວງກວາງບີ່ງ ໄດ້ຮັບ, ຈັດພິທີໄວ້ອາໄລ ແລະປົງອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ ກັບຄືນປະເທດ. ບັນດາວິລະກຳຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ ໄດ້ປະກອບສ່ວນຮັດແໜ້ນອາລົມຈິດສັດຊື່ບໍລິສຸດ, ນໍ້າໃຈສາມັກຄີມິດຕະພາບແບບພິເສດ, ໝັ້ນແກ່ນລະຫວ່າງສອງປະເທດ ຫວຽດນາມ-ລາວ ກວ່າອີກ.

leftcenterrightdel
ບັນດາຜູ້ແທນ ແລະປະຊາຊົນເປັນຈຳນວນຫຼວງຫຼາຍ ໄປສົ່ງດວງວິນຍານບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ ກັບຄືນປະເທດ. ພາບ: ສໍານັກຂ່າວສານຫວຽດນາມ.

ກ່າວຄໍາເຫັນທີ່ພິທີ, ທ່ານ ເຈິ່ນຕ໊ຽນຢຸງ, ຮອງປະທານຄະນະກໍາມະການປະຊາຊົນແຂວງກວາງບີ່ງ ເນັ້ນໜັກວ່າ, ໃນໄລຍະຈະມາເຖິງ, ອົງຄະນະພັກ, ອຳນາດການປົກຄອງ ແລະປະຊາຊົນກວາງບີ່ງ ຈະຕັດສິນໃຈປົກປັກຮັກສາ, ສ້າງສາບ້ານເກີດເມືອງນອນ, ປະເທດຊາດໃຫ້ນັບມື້ນັບພັດທະນາ ແລະວັດທະນາຖາວອນ; ສືບຕໍ່ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບແບບພິເສດລະຫວ່າງສອງປະເທດ ຫວຽດນາມ-ລາວ ໃຫ້ນັບມື້ນັບດີງາມ. ຄຽງຂ້າງນັ້ນ, ແຂວງກວາງບີ່ງ ກໍ່ເບິ່ງແຍງດູແລເຖິງນະໂຍບາຍຕອບບຸນແທນຄຸນນັບມື້ນັບດີກວ່າ ແລະຈະຊອກຫາ, ທ້ອນໂຮມ, ຂຸດຄົ້ນບັນດາອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ ກັບຄືນປະເທດ.

leftcenterrightdel
ພິທີໄວ້ອາໄລ ແລະປົງອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ ດໍາເນີນໃນບັນຍາກາດທີ່ເຄັ່ງຂຶມ, ສົມກຽດ ແລະເຕັມໄປດ້ວຍຄວາມຕື້ນຕັນໃຈ. ພາບ: ສໍານັກຂ່າວສານຫວຽດນາມ.

ໃນທ່າມກາງບັນຍາກາດທີ່ເຄັ່ງຂຶມ, ສົມກຽດ ແລະເຕັມໄປດ້ວຍຄວາມຕື້ນຕັນໃຈ, ບັນດາຜູ້ແທນພ້ອມກັບປະຊາຊົນເປັນຈຳນວນຫຼວງຫຼາຍໄດ້ວາງພວງມາລາ, ໄຕ້ທູບທຽນອາໄລຫາ, ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ, ສົ່ງດວງວິນຍານ ບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ ກັບຄືນປະເທດ.

ໂດຍ: ຄໍາແພງ