ດ້ວຍຄວາມມານະພະຍາຍາມ, ຜ່ານຜ່າຄວາມຫຍຸ້ງຍາກລຳບາກນາໆປະການ, ນັບແຕ່ເດືອນ ຕຸລາ 2018 ຫາເດືອນ ພຶດສະພາ 2019 ພະນັກງານ ແລະນັກຮົບກອງຊອກຫາ, ຂຸດຄົ້ນ ແລະທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ 584 ສັງກັດກອງບັນຊາການທະຫານແຂວງກວ໋າງຈິ ໄດ້ຂຸດຄົ້ນ, ທ້ອນໂຮມອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນການຕໍ່ສູ້ຕ້ານຝະລັ່ງ ແລະອາເມລິກາ ຢູ່ລາວໄດ້ 26 ອັດຖິ.

leftcenterrightdel
ອັດຖິທະຫານທີ່ເສຍສະຫຼະຊີວິດ 26 ອັດຖິໄດ້ປົງຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດແຫ່ງຊາດທາງເລກ 9. ພາບ: ທູຫງ່າ.

ໃນທ່າມກາງບັນຍາກາດທີ່ເຄັ່ງຂຶມ ແລະສົມກຽດທີ່ພິທີໄວ້ອາໄລ, ການນໍາແຂວງກວ໋າງຈິ, ເພື່ອນຮ່ວມກົມກອງ ແລະປະຊາຊົນແຂວງກວ໋າງຈິ ໄດ້ສະແດງຄວາມໂສກເສົ້າເສຍດາຍ ແລະຄວາມຮູ້ບຸນຄຸນຢ່າງລົ້ນເຫຼືອຕໍ່ບັນດາວິລະຊົນທີ່ເສຍສະຫຼະຊີວິດ, ຕໍ່ຜູ້ທີ່ໄດ້ເສຍສະຫຼະເລືອດເນື້ອເພື່ອນໍ້າໃຈສາມັກຄີມິດຕະພາບອ້າຍນ້ອງສອງປະເທດຫວຽດນາມ-ລາວ.

leftcenterrightdel
ພິທີໄວ້ອາໄລອັດຖິທະຫານທີ່ເສຍສະຫຼະຊີວິດເພື່ອຊາດ. ພາບ: ທູຫງ່າ.

ພາຍຫຼັງພິທີໄວ້ອາໄລ, ອັດຖິຂອງທະຫານທີ່ເສຍສະຫຼະຊີວິດໄດ້ປົງຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດແຫ່ງຊາດທາງເລກ 9.

ໂດຍ: ທະນາພອນ