ກ່າວຄໍາເຫັນທີ່ພິທີ, ທ່ານ ຟານກາວແທງ ຫົວໜ້າຄະນະຂົນຂວາຍປະຊາຊົນ, ຫົວໜ້າຄະນະປະຕິບັດງານພິເສດແຂວງຮ່າຕີ້ງ ໄດ້ຂອບໃຈອົງຄະນະພັກ, ອໍານາດການປົກຄອງ ແລະປະຊາຊົນນະຄອນຫຼວງວຽງຈັນ, ທີ່ໄດ້ເບິ່ງແຍງ, ຮັກສາຫຼຸມສົບ, ອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມທີ່ໄດ້ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ ໃນຕະຫຼອດໄລຍະຜ່ານມາ. ການຊ່ວຍເຫຼືອອັນໃຫຍ່ຫຼວງຂອງພະນັກງານ ແລະປະຊາຊົນບັນດາເຜົ່າລາວ ໄດ້ສ້າງເງື່ອນໄຂໃຫ້ແກ່ກອງທ້ອນໂຮມ, ຊອກຫາ, ຂຸດເອົາອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ ສປປ ລາວ ກັບຄືນປະເທດ.

leftcenterrightdel
ທ່ານ ຟານກາວແທງ ແລະທ່ານ ສີຫຸນ ສິດທິລືໄຊ ທີ່ພິທີເຊັນບົດບັນທຶກມອບ-ຮັບອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ ສປປ ລາວ ກັບຄືນປະເທດ. ພາບ: nhandan.org.vn

ສ່ວນທ່ານ ສີຫຸນ ສິດທິລືໄຊ ຮອງເລຂາຄະນະພັກ, ຮອງເຈົ້າຄອງນະຄອນຫຼວງ, ຫົວໜ້າຄະນະປະຕິບັດງານພິເສດນະຄອນຫຼວງວຽງຈັນ ໄດ້ສະແດງຄວາມເຄົາລົບນັບຖື ແລະຄວາມຮູ້ບຸນຄຸນຕໍ່ບັນດາທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ ລາວ ຢ່າງພິລະອາດຫານ. ທ່ານ ສີຫຸນ ສິດທິລືໄຊ ໄດ້ເນັ້ນໜັກວ່າບັນດາທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ເປັນສັນຍະລັກແຫ່ງນໍ້າໃຈສາມັກຄີແບບພິເສດ, ການຮ່ວມສຳພັນສູ້ຮົບ ລາວ-ຫວຽດນາມ, ພ້ອມທັງຖືວ່າໃນໄລຍະຈະມາເຖິງ, ສອງຝ່າຍຄວນສືບຕໍ່ໂຄສະນາເຜີຍແຜ່ໃຫ້ພະນັກງານ, ກໍາລັງປະກອບອາວຸດ ແລະປະຊາຊົນສອງປະເທດ, ເປັນຕົ້ນແມ່ນຮຸ່ນໜຸ່ມເພື່ອພ້ອມກັນຮັກສາ ແລະເສີມຂະຫຍາຍການພົວພັນແບບພິເສດ ລາວ-ຫວຽດນາມ ໃຫ້ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ.

ໂດຍ: ຈາງຫງວຽນ