ຄະນະກໍາມະການປະຊາຊົນແຂວງກວ໋າງຈິ ຫາກໍ່ປະກາດໃຊ້ແຜນການຈັດຕັ້ງພິທີມອບ-ຮັບອັດຖິທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດ ຢູ່ ລາວ 26 ອັດຖິກັບຄືນປະເທດ. ຕາມນັ້ນ, ວັນທີ 7 ພຶດສະພາ, ຢູ່ວັດແດນສະຫວັນ, (ແຂວງສະຫວັນນະເຂດ, ປະເທດລາວ) ອົງການທີ່ກ່ຽວຂ້ອງຂອງແຂວງກວ໋າງຈິ ແລະບັນດາຄະນະ, ກະຊວງ, ຂະແໜງການຂອງຫວຽດນາມ ຈະຈັດຕັ້ງພິທີໄວ້ອາໄລບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ.

leftcenterrightdel
ພາບປະກອບຄັດຈາກ: ສໍານັກຂ່າວສານຫວຽດນາມ.

ວັນທີ 8 ພຶດສະພາ, ຜູ້ຕາງໜ້າຂອງສອງປະເທດ ຫວຽດນາມ-ລາວ ຈະຈັດຕັ້ງພິທີລົງນາມມອບ-ຮັບອັດຖິ ແລະຖະຫວາຍທູບທຽນສະແດງຄວາມຮູ້ບຸນຄຸນຕໍ່ບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດທີ່ຂົວຊ່າເອີ້ດ, ທາງຟາກພຸ້ນຂອງດ່ານສາກົນລາວບ໊າວ. ຝ່າຍຫວຽດນາມ ຈະຮັບເອົາອັດຖິບັນດານັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ດ່ານສາກົນລາວບ໊າວ (ແຂວງກວ໋າງຈິ). ຫຼັງຈາກນັ້ນຈະສົ່ງ 26 ອັດຖິນີ້ເຖິງສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດແຫ່ງຊາດທາງເລກ 9 ຢູ່ ນະຄອນດົງຮ່າ (ແຂວງກວ໋າງຈິ) ເພື່ອໄວ້ອາໄລ ແລະປົງອັດຖິ.

ສອງແຂວງກວ໋າງຈິ ແລະສະຫວັນນະເຂດ ກໍ່ໄດ້ເຫັນດີເປັນເອກະພາບກ່ຽວກັບເລື່ອງໃນລະດູແລ້ງ 2019 - 2020 ຈະສືບຕໍ່ສົມທົບກັນ, ຍູ້ແຮງຄວາມຄືບໜ້າປະຕິບັດ, ສໍາເລັດວຽກງານຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ເຊິ່ງແມ່ນທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ, ຕາມຂໍ້ຕົກລົງລະຫວ່າງຄະນະປະຕິບັດງານພິເສດຂອງສອງລັດຖະບານ ຫວຽດນາມ-ລາວ ໂດຍໄວ.

ໂດຍ: ເຈິ່ນຮວ່ຽນ