leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: baohatinh.vn.

ລະດູແລ້ງ 2018 - 2019, ກອງຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ, ທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ ລາວ ຂອງກອງບັນຊາການທະຫານແຂວງຮ່າຕີ໋ງ ສົມທົບກັບຄະນະພັກ, ອຳນາດການປົກຄອງ, ພ້ອມກັບການຊ່ວຍເຫຼືອຈາກປະຊາຊົນລາວບັນດາເຜົ່າໄດ້ດຳເນີນການຊອກຫາ ແລະຂຸດເອົາໄດ້ 6 ອັດຖິໃນບໍລິເວນນະຄອນຫຼວງວຽງຈັນ ແລະແຂວງບໍລິຄໍາໄຊ.

leftcenterrightdel
ທ່ານພັນເອກພິເສດ ເລງອັກເຮືອງ, ຮອງຫົວໜ້າການເມືອງກອງບັນຊາການທະຫານແຂວງຮ່າຕີ໋ງ ລາຍງານໝາກຜົນວຽກງານທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ລະດູແລ້ງ 2018 - 2019. ພາບ: baohatinh.vn.
leftcenterrightdel
ທ່ານພັນເອກພິເສດ ເຈິ່ນວັນເຊີນ, ຫົວໜ້າການທະຫານກອງບັນຊາການທະຫານແຂວງຮ່າຕີ໋ງ ກ່າວຄຳເຫັນທີ່ການເຮັດວຽກ. ພາບ: baohatinh.vn.

ຕາມແຜນການ, ຄາດຄະເນໃນວັນທີ 9 ພຶດສະພາ 2019, ຄະນະພັກແຂວງ, ສະພາປະຊາຊົນ, ຄະນະກໍາມະການປະຊາຊົນ, ຄະນະກໍາມະການແນວໂຮມປະເທດຊາດແຂວງຮ່າຕີ໋ງ ຈະຈັດພິທີຕ້ອນຮັບ, ພິທີໄວ້ອາໄລ ແລະປົງອັດຖິບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ ຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດແຫ່ງຊາດເນີ່ມ, ເມືອງເຮືອງເຊີນ.

leftcenterrightdel
ທ່ານ ເລດຶກຮຸ່ງ, ຮອງປະທານຄະນະກໍາມະການປະຊາຊົນເມືອງເຮືອງເຊີນ: ປາດຖະໜາວ່າບັນດາພະແນກ, ຂະແໜງການສືບຕໍ່ເອົາໃຈໃສ່ສົມທົບກັນເພື່ອພ້ອມກັບຄະນະພັກ, ອຳນາດການປົກຄອງ ແລະປະຊາຊົນຈັດຕັ້ງພິທິຕ້ອນຮັບ ແລະປົງອັດຖິທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ ລາວ ຢ່າງເຄັ່ງຂຶມ, ສົມກຽດ. ພາບ: baohatinh.vn.

ກ່າວຄໍາເຫັນຊີ້ນໍາທີ່ກອງປະຊຸມ, ທ່ານ ດັ້ງກວ໊ກວີງ ຮຽກຮ້ອງກອງບັນຊາການທະຫານແຂວງຮ່າຕີ໋ງ, ພະແນກພົວພັນຕ່າງປະເທດ, ພະແນກແຮງງານ, ທະຫານເສຍອົງຄະ ແລະສັງຄົມ ແລະບັນດາພະແນກ, ຄະນະ, ຂະແໜງການທີ່ກ່ຽວຂ້ອງສົມທົບກັນຢ່າງແໜ້ນແຟ້ນ, ຫັນແຜນການທີ່ໄດ້ຮັບມອບໝາຍເປັນລະອຽດ, ເຮັດວຽກງານກະກຽມຕ້ອນຮັບອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດເປັນຢ່າງດີ, ພ້ອມທັງຮຽກຮ້ອງບັນດາທ້ອງຖິ່ນທີ່ຄະນະໄປຜ່ານ, ຂະແໜງວັດທະນະທໍາ, ກິລາ ແລະທ່ອງທ່ຽວເພີ່ມທະວີວຽກງານໂຄສະນາກ່ຽວກັບນໍ້າໃຈມິດຕະພາບລະຫວ່າງສອງປະເທດ ຫວຽດນາມ-ລາວ, ເປັນຕົ້ນແມ່ນການເສຍສະຫຼະຊີວິດອັນສູງສົ່ງຂອງບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດຢູ່ ປະເທດເພື່ອນບ້ານລາວ.

ໂດຍ: ເຈິ່ນຮວ່ຽນ