ໃນລະຫວ່າງວັນທີ 15-16 ມີນາ 2019, ຄະນະປະຕິບັດງານຂອງຄະນະຊີ້ນໍາ 515 ທະຫານເຂດ 4 ໂດຍທ່ານພົນຈັດຕະວາ ຫງວຽນດຶກຮ໊ວາ, ຮອງຫົວໜ້າການເມືອງທະຫານເຂດ 4, ຫົວໜ້າຄະນະຊີ້ນຳ 515 ທະຫານເຂດ 4 ເປັນຫົວໜ້າຄະນະໄດ້ດໍາເນີນການກວດກາໜ້າທີ່ຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດໃນບໍລິເວນແຂວງຄໍາມ່ວນ, ປະເທດລາວ ຂອງກອງທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ 589 - ກອງບັນຊາການທະຫານແຂວງກວ໋າງບີ່ງ, ປະເທດຫວຽດນາມ.

leftcenterrightdel
 
leftcenterrightdel
ຄະນະປະຕິບັດງານທະຫານເຂດ 4, ກອງບັນຊາການທະຫານແຂວງກວ໋າງບີ່ງ, ກອງບັນຊາການທະຫານແຂວງຄໍາມ່ວນ ປູກຕົ້ນໄມ້ທີ່ລະນຶກຢູ່ບໍລິເວນຫໍບູຊາບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ ທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ຢູ່ແຂວງຄໍາມ່ວນ. ພາບ: ເລທັ໊ງ.
leftcenterrightdel
ຄະນະຊີ້ນຳ 515 ທະຫານເຂດ 4 ກວດກາກອງທ້ອນໂຮມ 589 ພວມຊອກຫາຂຸມຝັງສົບນັກຮົບເສຍສະຫຼະຊີວິດເພື່ອຊາດ ຢູ່ເມືອງຄູນຄໍາ. ພາບ: ເລທັ໊ງ.

5 ເດືອນຕົ້ນລະດູແລ້ງ 2018 – 2019, ກອງທ້ອນໂຮມ 589, ກອງບັນຊາການທະຫານແຂວງກວ໋າງບີ່ງ ຊອກຂຸມຝັງສົບນັກຮົບເສຍສະຫຼະຊີວິດເພື່ອຊາດໄດ້ 14 ຂຸມໃນບໍລິເວນແຂວງຄໍາມ່ວນ, ປະເທດລາວ.

leftcenterrightdel
ທ່ານພົນຈັດຕະວາ ຫງວຽນດຶກຮ໊ວາ ພ້ອມກັບຄະນະປະຕິບັດງານມອບຂອງຂວັນລະດົມກໍາລັງໃຈພະນັກງານ, ພາລະກອນກອງທ້ອນໂຮມ 589, ກອງບັນຊາການທະຫານແຂວງກວ໋າງບີ່ງ. ພາບ: ເລທັ໊ງ.
leftcenterrightdel
ທ່ານພັນເອກພິເສດ ຮວ່າງຊວນຫວີງ, ຫົວໜ້າການເມືອງກອງບັນຊາການທະຫານແຂວງກວ໋າງບີ່ງ ມອບຂອງຂວັນລະດົມກໍາລັງໃຈກອງ 589. ພາບ: ເລທັ໊ງ.

ເຮັດວຽກກັບຄະນະປະຕິບັດງານພິເສດແຂວງຄໍາມ່ວນ, ທ່ານພົນຈັດຕະວາ ຫງວຽນດຶກຮ໊ວາ ໄດ້ຕີລາຄາສູງວຽກງານສົມທົບລະຫວ່າງຄະນະປະຕິບັດງານພິເສດຂອງແຂວງຄໍາມ່ວນ ແລະຄະນະຊີ້ນຳ 515 ແຂວງກວ໋າງບີ່ງ ໃນການຊີ້ນໍາ ແລະປະຕິບັດໜ້າທີ່ຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດເພື່ອຊາດຢູ່ປະເທດລາວ ກັບຄືນປະເທດໃນຊຸມປີຜ່ານມາ.

leftcenterrightdel
ທ່ານພົນຈັດຕະວາ ຫງວຽນດຶກຮ໊ວາ ພ້ອມກັບຄະນະປະຕິບັດງານທະຫານເຂດ 4 ມອບຂອງຂວັນໃຫ້ຄະນະປະຕິບັດງານພິເສດແຂວງຄໍາມ່ວນ. ພາບ: ເລທັ໊ງ.

ໃນໄລຍະຈະມາເຖິງ, ທ່ານພົນຈັດຕະວາ ຫງວຽນດຶກຮ໊ວາ ສະເໜີຄະນະປະຕິບັດງານພິເສດແຂວງຄໍາມ່ວນ ແລະຄະນະຊີ້ນຳ 515 ແຂວງກວ໋າງບີ່ງ ສືບຕໍ່ສົມທົບກັນຊີ້ນໍາ, ຍູ້ແຮງວຽກງານຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດໃນບໍລິເວນ, ເພີ່ມທະວີການກວດກາ, ຕີລາຄາໝາກຜົນ, ຈັດຕັ້ງການຍ້ອງຍໍຊົມເຊີຍ, ລະດົມກໍາລັງໃຈຢ່າງທັນການໃຫ້ແກ່ບັນດາອົງການຈັດຕັ້ງ, ບຸກຄົນທີ່ມີຜົນງານດີເດັ່ນໃນການຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ.

ໂດຍ: ເຈິ່ນຮວ່ຽນ