ແຕ່ນັ້ນມາຮອດປັດຈຸບັນ, ເມື່ອຮອດໂອກາດບຸນປີໃໝ່ປະຈໍາຊາດ ແລະລະດູບານໃໝ່ວຽນມາ, ປະຊາຊົນຍັງຈັດຕັ້ງບຸນເຕັດປູກຕົ້ນໄມ້ - ເຊິ່ງແມ່ນວຽງງານທີ່ມີເນື້ອໃນ, ຄວາມໝາຍພິເສດເລິກເຊິ່ງ, ຍາວນານ, ຮອບດ້ານ, ຮັບໃຊ້ການດໍາລົງຊີວິດຂອງປະຊາຊົນ ແລະການພັດທະນາຄວາມຮຸ່ງເຮືອງເຫຼືອງເຫຼື້ອມຂອງປະເທດຊາດ. ບຸນເຕັດປູກຕົ້ນໄມ້ໄດ້ກາຍເປັນຮີດຄອງປະເພນີ, ກາຍເປັນຄວາມງາມທາງດ້ານວັດທະນະທໍາຂອງຊາດແບບເປັນກັນເອງທີ່ສຸດ. ນີ້ແມ່ນການເຄື່ອນໄຫວເລີ່ມຕົ້ນໃຫ້ລະດູບານໃໝ່, ລະດູຕົ້ນໄມ້ແຕກໜໍ່ຈໍ່ດອກ. ຕາມລຸງໂຮ່ແລ້ວ,  ປູກຕົ້ນໄມ້ແມ່ນວຽກງານສິ້ນເປືອງເງິນຄຳ ແລະເຫື່ອແຮງໜ້ອຍແຕ່ມີຜົນປະໂຫຍດຢ່າງຫຼວງຫຼາຍ. ປູກຕົ້ນໄມ້ໃນໂອກາດບຸນເຕັດ, ໃນຍາມລະດູບານໃໝ່ຍິ່ງມີຄວາມໝາຍອັນໃຫຍ່ຫຼວງກວ່າ. ທຸກໆຄົນ, ທຸກໆຄອບຄົວລ້ວນແຕ່ມີຄວາມຈູບຈ້າວຫ້າວຫັນເຂົ້າຮ່ວມ.

leftcenterrightdel
ລຸງໂຮ່ ກັບປະຊາຊົນຕາແສງ ເວີດລ້າຍ, ເມືອງບາຫວີ່ (ຮ່າໂນ້ຍ) ໃນບຸນປີໃໝ່ປະຈໍາຊາດປີລະກາ 1969. ພາບ: ເອກະສານ.

ພວກຂ້າພະເຈົ້າ ເຊິ່ງແມ່ນຜູ້ທີ່ມີກຽດເປັນຢ່າງຍິ່ງທີ່ໄດ້ໃກ້ຊິດສະໜິດສະໜົມກັບລຸງໂຮ່, ຮັບໃຊ້ລຸງໂຮ່. ວັນທີ່ ລຸງໂຮ່ ຍັງຢູ່ເຂດທີ່ໝັ້ນ (ATK ຫວຽດບັ໊ກ), ເຖິງວ່າຄ້າງຄາກັບວຽກກໍ່ຕາມ,  ແຕ່ໃຜໆກໍ່ນິຍົມນັບຖື, ຮໍ່າຮຽນຕາມລຸງໂຮ່ ກ່ຽວກັບເລື່ອງເປັນເຈົ້າການເພີ່ມພູນຜະລິດຜົນ, ລ້ຽງສັດ ແລະມີຄວາມຄ່ອງແຄ້ວໃນການລ້ຽງ, ປູກ, ເຮັດຮົ້ວເຮັດສວນ. ຂະບວນການ “ໜອງປາລຸງໂຮ່”  ແຕ່ນັ້ນມາກໍ່ໄດ້ກາຍເປັນຂະບວນການຢ່າງຟົດຟື້ນໃນທົ່ວປະເທດ.

ປີ 1969, ໃນຈຸດເວລານັ້ນ, ສຸຂະພາບຂອງລຸງໂຮ່ ໄດ້ອ່ອນເພຍລົງຫຼາຍແລ້ວ, ແຕ່ເພິ່ນເວົ້າວ່າ: ເມື່ອໂອກາດສະເຫຼີມສະຫຼອງ 10 ປີ ແຫ່ງວັນປຸກລະດົມບຸນເຕັດປູກຕົ້ນໄມ້, ຕ້ອງການສັບຊ້ອນໃຫ້ລຸງ ໄປປູກຕົ້ນໄມ້ຢູ່ທ້ອງຖິ່ນໃດໜຶ່ງ...

ຈົນຮອດຊຸມວັນທີ່ ລຸງໂຮ່ ໃກ້ຈະເຖິງແກ່ມໍລະນະກຳ, ສຸຂະພາບກໍ່ອ່ອນເພຍຫຼາຍແລ້ວ, ແຕ່ເພິ່ນຍັງເປັນຈິດໜຶ່ງໃຈດຽວເພື່ອປະຊາຊົນ, ເພື່ອຊາດ, ເອົາໃຈໃສ່ທີ່ສຸດເຖິງພາລະກິດປູກຕົ້ນໄມ້ - “ປູກຄົນ”, ຄືຄໍາເວົ້າຂອງລຸງໂຮ່ ເຄີຍຕັກເຕືອນບອກສອນວ່າ: “ເພື່ອຜົນປະໂຫຍດ 10 ປີ ນັ້ນແມ່ນຈະຕ້ອງປູກຕົ້ນໄມ້, ເພື່ອຜົນປະໂຫຍດ 100 ປີ ນັ້ນແມ່ນຈະຕ້ອງປູກຄົນ”.

ໂດຍ: ທູຈາງ