ຢູ່ ອຸໂມງ ກູຈີ ມີກິດຈະກໍາວິຫານອະນຸສາວະລີນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດເບັ໊ນເຢືອກ, ດ້ວຍບັນດາສະຖາປັດຕະຍະກໍາທີ່ເຕັມໄປດ້ວຍສີສັນຊາດ, ທັນສະໄໝ, ເຄັ່ງຂຶມດ້ວຍທາດ 9 ຊັ້ນ, ສູງ 39 ແມັດ, ພ້ອມກັບປ້າຍຫີນອ່ອນ 632 ແຜ່ນໄດ້ຈາລຶກຊື່ສຽງຮຽງນາມບັນດາພະນັກງານ, ນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດຢູ່ສະໜາມຮົບໄຊງ່ອນເຈີ້ເລີ໊ນ - ຢາດິ້ງ. ຢູ່ອ້ອມຂ້າງວິຫານຫຼັກ, ຢູ່ໃນ 3 ຝາກຳແພງແມ່ນຮູບພາບປະກອບເຄື່ອງປັ້ນດິນເຜົາໃຫຍ່ທີ່ສຸດຢູ່ຫວຽດນາມ, ສະແດງໃຫ້ເຫັນຊີວິດການເປັນຢູ່, ການຕໍ່ສູ້ຕ້ານສັດຕູຜູ້ຮຸກຮານຂອງປະເທດນັບແຕ່ປີ 1968 ຮອດວັນທີ 30 ເມສາ 1975.

leftcenterrightdel
ອຸໂມງ ກູຈີ. ພາບ: vntrip.vn.

ນອກຈາກບັນດາກິດຈະກໍາ, ປູຊະນີຍະສະຖານປະຫວັດສາດແລ້ວ, ອຸໂມງ ກູຈີ ຍັງມີລະບົບບໍລິການ ຕອບສະໜອງຄວາມຕ້ອງການໃນການລະຫຼິ້ນບັນເທີງ,  ຊື້ເຄື່ອງຂອງ ແລະກິນດື່ມຂອງແຂກທ່ອງທ່ຽວອີກດ້ວຍ.

ເມື່ອສິ້ນສຸດການຢ້ຽມຊົມແນ່ນອນວ່າແຂກທ່ອງທ່ຽວຈະມີຄວາມສະເທືອນໃຈຫຼາຍທີ່ສຸດ. ນັ້ນແມ່ນຄວາມນິຍົມນັບຖືກ່ຽວກັບຄວາມສະຫຼາດສະຫຼຽວ, ການປະດິດຄິດສ້າງ ແລະຄວາມອົດທົນທີ່ມະຫັດສະຈັນຂອງທະຫານ ແລະປະຊາຊົນກູຈີ; ແມ່ນຄວາມສະເທືອນໃຈຕໍ່ບັນດາຄວາມເຈັບປວດ, ເສຍຫາຍ, ເສຍສະຫຼະຊີວິດເມື່ອກົມຫົວໄວ້ອາໄລຕໍ່ບັນດານັກວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ.

ໂດຍ: ເກື່ອງດັ້ງ