ທີ່ກອງປະຊຸມ, ສອງຝ່າຍເຫັນດີເປັນເອກະສັນສືບຕໍ່ສົມທົບກັນຊີ້ນໍາຊອກຫາ, ທ້ອນໂຮມ ແລະສົ່ງອັດຖິທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ  ທີ່ເສຍສະຫຼະຊີວິດເພື່ອຊາດຢູ່ກໍາປູເຈຍ ໃນສະໄໝສົງຄາມກັບຄືນປະເທດ. ຝ່າຍຫວຽດນາມ ສືບຕໍ່ຮັກສາ 11 ກອງທ້ອນໂຮມເພື່ອປະຕິບັດໜ້າທີ່ໃນບໍລິເວນບັນດາແຂວງ, ນະຄອນຂອງລາຊະອານາຈັກກໍາປູເຈຍ; ສົມທົບກັນຈັດຕັ້ງຊອກຫາອັດຖິນັັກຮົບເສຍສະຫຼະຊີວິດເພື່ອຊາດຕາມບັນດາຂໍ້ມູນທີ່ມີຢູ່ແລ້ວໃນປັດຈຸບັນ ແລະສືບຕໍ່ຂຸດຄົ້ນຂໍ້ມູນຮັບໃຊ້ໃຫ້ໄລຍະຕໍ່ໄປ. ຝ່າຍກໍາປູເຈຍ ສືບຕໍ່ຊີ້ນໍາບັນດາກອງບັນຊາການທະຫານ, ຈັດສົ່ງບັນດາພະນັກງານເຂົ້າຮ່ວມພ້ອມກັບບັນດາກອງທ້ອນໂຮມຂອງຫວຽດນາມ ເພື່ອປົກປ້ອງ, ພາທາງ ແລະແກ້ໄຂບັນດາບັນຫາທີ່ກ່ຽວຂ້ອງໃນການປະຕິບັດໜ້າທີ່.

leftcenterrightdel
ພິທີລົງນາມໃນບົດບັນທຶກກອງປະຊຸມຄັ້ງທີ XVII ລະຫວ່າງຄະນະກຳມະການສະເພາະກິດລັດຖະບານ ສສ ຫວຽດນາມ ແລະຄະນະກຳມະການສະເພາະກິດລັດຖະບານ ລາຊະອານາຈັກ  ກໍາປູເຈຍ. ພາບ: ມິງຫງວຽນ.

ສອງຝ່າຍໄດ້ລົງນາມໃນບົດບັນທຶກກອງປະຊຸມຄັ້ງທີ XVII ລະຫວ່າງຄະນະກຳມະການສະເພາະກິດລັດຖະບານ ສສ ຫວຽດນາມ ແລະຄະນະກຳມະການສະເພາະກິດລັດຖະບານ ລາຊະອານາຈັກ ກໍາປູເຈຍ.

ໂດຍ: ທູຈາງ