leftcenterrightdel
 
leftcenterrightdel
ທົ່ງໄຫຫີນແຫ່ງທ່ອງທ່ຽວທີ່ດຶງດູດຂອງແຂວງຊຽງຂວາງ.

ແຂວງຊຽງຂວາງ ເປັນແຂວງດຽວໃນປະເທດລາວທີ່ມີໄຫຫີນ ແລະໃນປັດຈຸບັນທາງອົງການອຸຍແນສໂກ (UNESCO) ພວມພິຈາລະນາຮັບຮອງເອົາທົ່ງໄຫຫີນເປັນສະຖານທີ່ທ່ອງທ່ຽວມໍລະດົກໂລກແຫ່ງທີ 3 ຂອງປະເທດລາວ. ແຂວງຊຽງຂວາງ ມີທົ່ງໄຫຫີນ 3 ແຫ່ງ ຄື:

leftcenterrightdel
 
leftcenterrightdel
ທົ່ງໄຫຫີນແຫ່ງທ່ອງທ່ຽວທີ່ດຶງດູດຂອງແຂວງຊຽງຂວາງ.

ທົ່ງໄຫຫີນແຫ່ງທີ 1 ຕັ້ງຢູ່ທາງທິດຕາເວັນຕົກສ່ຽງເໜືອຂອງຕົວເມືອງໂພນສະຫວັນປະມານ 8 ກິໂລແມັດ, ຢູ່ແຫ່ງນີ້ປະກອບດ້ວຍໄຫຫີນທັງໝົດ 334 ໜ່ວຍ, ຈາກການປະເມີນທາງດ້ານນ້ຳໜັກ ແລະລວງຮອບຕົວຈິງເຫັນວ່າໄຫຫີນໜ່ວຍທີ່ໃຫຍ່ກວ່າໝູ່ມີນ້ຳໜັກຫລາຍກ່ວາ 10.000 ກິໂລກລາມ ແລະລວງຮອບ 8,14 ແມັດ,  ສິ່ງດັ່ງກ່າວຈຶ່ງເປັນທີ່ໜ້າສົນໃຈວ່າ: ຄົນສະ​ໄໝກ່ອນຂົນຍ້າຍໄຫຫີນດ້ວຍວິທີໃດຈາກບ່ອນຜະລິດໄຫຫີນຢູ່ພູເກັງມາຫາສະຖານທີ່ນີ້ທີ່ມີໄລຍະທາງເກືອບ 10 ກິໂລແມັດ. ພາຍໃນທົ່ງໄຫຫີນ ຍັງມີຖ້ຳທີ່ມີຄວາມລຶກລັບທາງດ້ານປະຫວັດສາດອີກຫລາຍຢ່າງທີ່ໜ້າສຶກສາຄົ້ນຄວ້າ.

leftcenterrightdel
 
leftcenterrightdel
ນັກທ່ອງທ່ຽວເຂົ້າຢ້ຽມຊົມ ທົ່ງໄຫຫີນ ແຫຼ່ງທ່ອງທ່ຽວ ທີ່ດຶງດູດຂອງແຂວງ ຊຽງຂວາງ.

ທົ່ງໄຫຫີນແຫ່ງທີ 2 ຕັ້ງຢູ່ລະຫວ່າງທາງຕົວເມືອງໂພນສະຫວັນຫາເມືອງຜາໄຊປະມານ 20 ກິໂລແມັດ, ແຫ່ງນີ້ມີໄຫຫີນທັງໝົດ 92 ໜ່ວຍ, ມີທາດ 1 ທາດເຊິ່ງຕາມ​ການໃຫ້ຂໍ້ມູນຂອງປະຊາຊົນວ່າທາດດັ່ງກ່າວໂດຍຝຣັ່ງສ້າງຂຶ້ນແຕ່ບໍ່ມີຂໍ້ມູນຢັ້ງຢືນ. ໃນໄລຍະຜ່ານມານັກທ່ອງທ່ຽວເຂົ້າມາທ່ຽວຊົມແຫ່ງນີ້ເພີ່ມຂຶ້ນທຸກວັນ, ຖືວ່າເປັນແຫລ່ງທ່ອງທ່ຽວໄດ້ນັກທ່ອງທ່ຽວສົນໃຈເປັນອັນດັບສອງ.

leftcenterrightdel
 
leftcenterrightdel
ນັກທ່ອງທ່ຽວເຂົ້າຢ້ຽມຊົມທົ່ງໄຫຫີນເປັນແຫຼ່ງທ່ອງທ່ຽວທີ່ດຶງດູດຂອງແຂວງຊຽງຂວາງ.

ທົ່ງໄຫຫີນແຫ່ງທີ 3 ມີໄຫຫີນທັງໝົດ 150 ໜ່ວຍ. ໃນລະດູແລ້ງສາມາດເດີນທາງໄປເຖິງແຫລ່ງທ່ອງທ່ຽວແຫ່ງນີ້ໄດ້ຢ່າງສະດວກ ສະບາຍ, ສ່ວນລະດູຝົນນັກທ່ອງທ່ຽວບາງຄົນບໍ່ສາມາດໄປໄດ້ຍ້ອນທາງຍ່າງຈາກບ້ານຂ້າມທົ່ງນາໄປຫາທົ່ງໄຫຫີນມີຄວາມຫຍຸ້ງຍາກຫລາຍ.

leftcenterrightdel
 
leftcenterrightdel
ນັກທ່ອງທ່ຽວເຂົ້າຢ້ຽມຊົມທົ່ງໄຫຫີນເປັນແຫຼ່ງທ່ອງທ່ຽວທີ່ດຶງດູດຂອງແຂວງ ຊຽງຂວາງ.

ໄຫຫີນທັງສາມແຫ່ງນີ້ຖືວ່າເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງ ແລະໄດ້ຮັບຄວາມນິຍົມຈາກນັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດເປັນຈຳນວນຫຼວງຫຼາຍເຮັດໃຫ້ທົ່ງໄຫຫີນມີຊື່ສຽງໂດ່ງດັງ ແລະທ່ານໃດທີ່ໄດ້ໄປແຂວງຊຽງຂວາງ ກໍຢ່າລືມໄປສຳຜັດກັບຄວາມຍິ່ງໃຫຍ່ຂອງໄຫຫີນເຊື່ອວ່າທ່ານຈະປະທັບໃຈກັບບັນຍາກາດອັນສົດຊື່ນຈົນອົດບໍ່ໄດ້ທີ່ຈະຖ່າຍຮູບງາມໆ ເພື່ອເກັບໄວ້ ເປັນທີ່ລະນຶກ…ຢູ່ແຂວງຊຽງຂວາງ ຍັງມີສະຖານທີ່ທ່ອງທ່ຽວອີກຫລາຍແຫ່ງທີ່ສວຍງາມ ແລະໜ້າປະທັບໃຈເຊິ່ງຈະມີແຫ່ງໃດແດ່ນັ້ນໃນຄັ້ງຕໍ່ໄປຫລານເມືອງພວນຈະນຳສະເໜີໃຫ້ທ່ານຮູ້ຈັກຕື່ມອີກ.

ໂດຍ: ຍສໝ