ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ດໍາເນີນໃນທ່າມກາງບັນຍາກາດທີ່ທົ່ວພັກ, ລັດ ແລະປະຊາຊົນລາວ ໄດ້ຈັດຕັ້ງສໍາເລັດການເຄື່ອນໄຫວສະເຫຼີມສະຫຼອງວັນສ້າງຕັ້ງພັກປະຊາຊົນປະຕິວັດ ລາວ ຄົບຮອບ 70 ປີ (22-3-1955 / 22-3-2025), 50 ປີແຫ່ງວັນສະຖາປະນາ ສປປ ລາວ (2-12-1975 / 2-12-2025) ແລະ 105 ປີແຫ່ງວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ (13-12-1920 / 13-12-2025).

ພາຍໃຕ້ການນໍາພາທີ່ປີຊາສາມາດ ແລະສະຫຼາດສ່ອງໃສຂອງພັກປະຊາຊົນ ປະຕິວັດ ລາວ, ປະຊາຊົນລາວ ໄດ້ຕໍ່ສູ້ຢ່າງພິລະອາດຫານ ແລະຍາດໄດ້ໄຊຊະນະໃນພາລະກິດຕໍ່ສູ້ປົດປ່ອຍຊາດ, ສະຖາປະນາປະເທດສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນໃນວັນທີ 2 ທັນວາ 1975, ສ້າງປະຫວັດສາດທີ່ສະຫງ່າລາສີທີ່ສຸດ, ຮຸ່ງເຮືອງເຫຼືອງເຫຼື້ອມທີ່ສຸດຂອງປະຊາຊົນລາວ, ນໍາພາປະເທດກ້າວເຂົ້າສູ່ສັງກາດພັດທະນາໃໝ່, ສົດໃສ, ສັງກາດສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ ແລະວັດທະນາຖາວອນ.

leftcenterrightdel
ຫໍປະຊຸມແຫ່ງຊາດລາວ ກ່ອນເປີດກອງປະຊຸມໃຫຍ່ ຄັ້ງທີ XII. ພາບ: pasaxon.org.la

ຈາກຂີດໝາຍໄຊຊະນະອັນຍິ່ງໃຫຍ່ນີ້, ໃນຕະຫຼອດໄລຍະ 50 ປີຜ່ານມາ, ໂດຍສະເພາະແມ່ນຜ່ານ 40 ປີທີ່ດໍາເນີນກິດຈະການປ່ຽນແປງໃໝ່, 5 ປີແຫ່ງການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ແລະແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX, ພັກປະຊາຊົນ ປະຕິວັດ ລາວ ໄດ້ນໍາພາປະຊາຊົນລາວ ຜ່ານຜ່າສິ່ງທ້າທາຍນາໆປະການ, ອົດທົນສູ້ຊົນສ້າງສາ ແລະປົກປັກຮັກສາປະເທດ, ບັນລຸໄດ້ຜົນງານອັນໃຫຍ່ຫຼວງໃນຂົງເຂດຕ່າງໆ. ເສດຖະກິດ-ສັງຄົມພັດທະນາຢ່າງມີສະຖຽນລະພາບ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການຍົກລະດັບຢ່າງບໍ່ຢຸດຢັ້ງ, ຄວາມໝັ້ນຄົງດ້ານການເມືອງ ແລະຄວາມເປັນລະບຽບຮຽບຮ້ອຍທາງສັງຄົມໄດ້ຮັກສາໄວ້ຢ່າງໝັ້ນຄົງ, ທີ່ຕັ້ງ ແລະອິດທິພົນຊື່ສຽງຂອງປະເທດໃນເວທີສາກົນທີ່ນັບມື້ນັບໄດ້ຍົກສູງຂຶ້ນ.

ຕ້ອງຢືນຢັນວ່າ, ສາຍພົວພັນຫວຽດນາມ-ລາວ ແມ່ນເປັນແບບຢ່າງ, ຫາຍາກໃນໂລກ. ໂດຍແມ່ນປະເທດບ້ານໃກ້ເຮືອນຄຽງທີ່ສະໜິດສະໜົມ, ສອງຊາດພວກເຮົາໄດ້ສ້າງຕັ້ງ ແລະຫຼໍ່ຫຼອມມູນເຊື້ອສາມັກຄີ, ຄວາມສະໜິດຕິດພັນທີ່ໝັ້ນແກ່ນມາແຕ່ດົນນານ. ພິເສດແມ່ນນັບແຕ່ມີການກໍາເນີດ ແລະການນໍາພາຂອງພັກກອມມູນິດອິນດູຈີນ, ຫຼັງຈາກນັ້ນແມ່ນພັກກອມມູນິດຫວຽດນາມ ແລະພັກປະຊາຊົນປະຕິວັດລາວ, ສາຍພົວພັນນັ້ນນັບມື້ນັບໄດ້ຮັບການເປີດກວ້າງ, ພັດທະນາ ແລະໄດ້ຍົກສູງຂຶ້ນທາງດ້ານຄຸນນະພາບ, ສ້າງເປັນກໍາລັງແຮງທາງດ້ານຈິດໃຈ ແລະວັດຖຸ, ຊ່ວຍປະຊາຊົນສອງປະເທດຜ່ານຜ່າທຸກຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ຕີເອົາໄຊຊະນະສັດຕູທຸກໂຕ, ນໍາພາສອງຊາດກ້າວຂຶ້ນສູ່ກຽດສະຫງ່າງາມ.

ພັກ, ລັດ ແລະປະຊາຊົນຫວຽດນາມ ຍາມໃດກໍ່ມີຄວາມເອກອ້າງທະນົງໃຈທີ່ມີເພື່ອນລາວ ສັດຊື່ບໍລິສຸດ ແລະມີເປົ້າໝາຍອັນດຽວ. ບັນດາຜົນງານເຊິ່ງປະຊາຊົນລາວ ອ້າຍນ້ອງຍາດມາໄດ້, ພາຍໃຕ້ການນໍາພາອັນສະຫຼາດສ່ອງໃສຂອງພັກປະຊາຊົນ ປະຕິວັດລາວ, ບໍ່ພຽງແຕ່ມີຄວາມໝາຍອັນເລິກເຊິ່ງຕໍ່ກັບພາລະກິດການປະຕິວັດລາວ ເທົ່ານັ້ນ ຫາກຍັງແມ່ນແຫຼ່ງລະດົມກໍາລັງໃຈອັນໃຫຍ່ຫຼວງຕໍ່ກັບພັກ, ລັດ ແລະປະຊາຊົນຫວຽດນາມ ໃນກິດຈະການຕໍ່ສູ້, ສ້າງສາ, ປົກປັກຮັກສາ ແລະພັດທະນາປະເທດ ອີກດ້ວຍ.

ພວກເຮົາມີຄວາມປິຕິຊົມຊື່ນ ແລະພາກພູມໃຈເມື່ອເຫັນວ່າ, ພ້ອມກັບຜົນງານທີ່ມີຄວາມໝາຍທາງປະຫວັດສາດທີ່ສອງພັກ, ສອງລັດ ແລະປະຊາຊົນສອງປະເທດ ບັນລຸໄດ້ໃນໄລຍະທີ່ຜ່ານມາ, ສາຍພົວພັນຫວຽດນາມ-ລາວ ໂດຍປະທານ ໂຮ່ຈີມິນ, ປະທານ ໄກສອນ ພົມວິຫານ ແລະປະທານ ສຸພານຸວົງ ເປັນຜູ້ກໍ່ຕັ້ງຂຶ້ນ ແລະໄດ້ຮັບການເພີີ່ມພູນຄູນສ້າງດ້ວຍເຫື່ອແຮງ, ສະຕິປັນຍາ ແລະເລືອດເນື້ອບໍ່ຈັກວ່າເທົ່າໃດລຸ້ນຄົນ, ໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ ແລະພັດທະນາຢ່າງເລິກເຊິ່ງ, ແທດເໝາະກັບສະພາບຄວາມເປັນຈິງ ແລະມີປະສິດທິຜົນໃນຫຼາຍຂົງເຂດ, ກາຍເປັນ “ມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ແລະຫຸ້ນສ່ວນຍຸດທະສາດ”, ປະກອບສ່ວນສຳຄັນຕໍ່ພາລະກິດແຫ່ງການປ່ຽນແປງໃໝ່, ສ້າງສາ ແລະປົກປັກຮັກສາປະເທດຊາດຂອງແຕ່ລະປະເທດ.

ໃນຖານະທີ່ເປັນເພື່ອນມິດສະຫາຍ, ອ້າຍນ້ອງທີ່ສະໜິດສະໜົມ, ພັກ, ລັດ ແລະປະຊາຊົນຫວຽດນາມ ຂໍອວຍພອນໃຫ້ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ປະສົບຜົນສຳເລັດຢ່າງຈົບງາມ, ວາງອອກທິດທາງຍຸດທະສາດທີ່ສຳຄັນ, ຍູ້ແຮງກິດຈະການປ່ຽນແປງໃໝ່ຢ່າງຮອບດ້ານ, ຄົບຊຸດ, ເພີ່ມທະວີກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ຮັບປະກັນສະຖຽນລະພາບດ້ານການເມືອງ-ສັງຄົມ, ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມຢ່າງແຂງແຮງ, ຍົກສູງຊີວິດທາງດ້ານວັດຖຸ ແລະຈິດໃຈຂອງປະຊາຊົນ, ນໍາພາປະເທດລາວ ກ້າວຂຶ້ນຕາມເສັ້ນທາງສັງຄົມນິຍົມ ຢ່າງໝັ້້ນຄົງ.

ໂດຍ: ໄຊນີດາ