ທ່ານ Donald Trump ປະທານາທິບໍດີອາເມລິກາ ໄດ້ດຳເນີນການພົບປະເຈລະຈາລັບກັບທ່ານ Ahmed al-Sharaa ປະທານາທິບໍດີ ຊີຣີ ຢູ່ທຳນຽບຂາວໃນຕອນທ່ຽງວັນທີ  10 ພະຈິກ (ຕາມເວລາ ອາເມລິກາ). ນີ້ແມ່ນຄັ້ງທຳອິດນັບແຕ່ເມື່ອ ຊີຣີ ຍາດໄດ້ເອກະລາດ ທີ່ປະມຸກລັດປະເທດນີ້ ໄປຢ້ຽມຢາມອາເມລິກາ. ພາຍຫຼັງການພົບປະ, ທ່ານປະທານາທິບໍດີ Donald Trump ໃຫ້ຮູ້ວ່າ ອາເມລິກາ ຈະເຮັດທຸກສິ່ງທຸກຢ່າງເພື່ອຊ່ວຍ ຊີຣີ ໃຫ້ປະສົບຜົນສຳເລັດ ຍ້ອນວ່ານັ້ນແມ່ນພາກສ່ວນໜຶ່ງຂອງຕາເວັນອອກກາງ.

leftcenterrightdel
ພາບ: ກະຊວງການຕ່າງປະເທດອາເມລິກາ.

ໃນວັນດຽວກັນ, ກະຊວງການຕ່າງປະເທດ ຊີຣີ ໃຫ້ຮູ້ວ່າ: ອາເມລິກາ ຢັ້ງຢືນຈະສະໜັບສະໜູນຂໍ້ຕົກລົງປ້ອງກັນຄວາມສະຫງົບລະຫວ່າງ ອິດສະຣາແອັນ ກັບ ຊີຣີ. ໄປຄຽງຄູ່ກັນນັ້ນ, ຊີຣີ ກໍ່ເຫັນດີຈະໂຮມກຳລັງປະຊາທິປະໄຕ ຊີຣີ ໂດຍຊາວເກີດນຳພາເຂົ້າຖັນແຖວກອງທັບ ຊີຣີ.

ກະຊວງການເງິນອາເມລິກາ ໄດ້ປະກາດລັດຖະດຳລັດສະບັບໃໝ່ທີ່ມີຜົນບັງຄັບໃຊ້ໃນຮອບເວລາ 180 ວັນ, ແທນໃຫ້ບັນດາມາດຕະການລົງໂທດຮອບດ້ານສຳລັບ ຊີຣີ ເພື່ອແນໃສ່ປະຕິບັດຄຳໝັ້ນສັນຍາໃນການສືບຕໍ່ຜ່ອນຄາຍຄຳສັ່ງລົງໂທດທີ່ມີຕໍ່ ຊີຣີ.

ແຫຼ່ງຄັດຈາກ: vovworld.vn