ຕາມສຳນັກຂ່າວຊີນຮວາ, ຂ່າວດັ່ງກ່າວໂດຍທ່ານ ອາງເວີນບິນ ຍົກອອກພາຍຫຼັງກອງປະຊຸມ ຄັ້ງທີ 38 ຂອງກຸ່ມປະຕິບັດງານລວມອາຊຽນ-ຈີນ ກ່ຽວກັບການປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ເຊິ່ງດໍາເນີນຢູ່ຈາກາກຕາ (ອິນໂດເນເຊຍ) ແຕ່ວັນທີ 8 ຫາວັນທີ 10 ມິນາ ຜ່ານມາ. ທ່ານ ອາງເວີນບິນ ໃຫ້ຮູ້ວ່າ ທີ່ກອງປະຊຸມ, ຈີນ ແລະບັນດາປະເທດອາຊຽນ ສືບຕໍ່ຊຸກຍູ້ການປຶກສາຫາລືກ່ຽວກັບກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC).

leftcenterrightdel
ຈີນ ແລະບັນດາປະເທດອາຊຽນ ສືບຕໍ່ຊຸກຍູ້ການທາບທາມຄຳເຫັນກ່ຽວກັບກົດແຫ່ງການປະພຶດຢູ່ທະເລຕາເວັນອອກ. ພາບ: ສຳນັກຂ່າວສານຫວຽດນາມ.

ສອງຝ່າຍໄດ້ມີການແລກປ່ຽນຢ່າງເລິກເຊິ່ງກ່ຽວກັບທັດສະນະປະຕິບັດ DOC ກໍ່ຄືການຮ່ວມມືເດີນເຮືອ. ທ່ານຊີ້ແຈ້ງວ່າ ບັນດາຝ່າຍເຫັນດີເປັນເອກະພາບຜັນຂະຫຍາຍຫຼາຍໂຄງການຮ່ວມມືທີ່ແທດຈິງໃນບັນດາຂົງເຂດຄືການຄົ້ນຄວ້າວິທະຍາສາດທະເລ, ປົກປັກຮັກສາສິ່ງແວດລ້ອມ ແລະຊອກຫາກູ້ໄພຢູ່ທະເລ, ຍູ້ແຮງການເຈລະຈາ ແລະຕິດຕໍ່ສື່ສານ, ເຮັດໃຫ້ການຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດເລິກເຊິ່ງກວ່າ, ພ້ອມກັນຮັກສາສັນຕິພາບ ແລະສະຖຽນລະພາບຢູ່ທະເລຕາເວັນອອກ.

ໂດຍ: ແສງເດືອນ