leftcenterrightdel
ບັນດາສະມາຊິກລັດຖະສະພາແຟງລັງ ເຂົ້າຮ່ວມກອງປະຊຸມ. ພາບ: AFP

ເປົ້າໝາຍຂອງແຟງລັງ ແມ່ນປະຕິບັດສຳເລັດທຸກຂັ້ນຕອນນິຕິກຳກ່ຽວກັບການເຂົ້າຮ່ວມ NATO ໃນທ້າຍອາຍຸການຂອງທ່ານນາຍົກລັດຖະມົນຕີ Sanna Marin. ຕາມແຜນການແລ້ວ ໃນວັນທີ 2 ເມສາຈະມາເຖິງ, ແຟງລັງ ຈະຈັດການປ່ອນບັດເລືອກຕັ້ງສະພາຕ່ຳ ແລະ Helsinki ຢາກປະຕິບັດສຳເລັດຂັ້ນຕອນນິຕິບັນຍັດນີ້ໂດຍໄວ ເພື່ອແນໃສ່ຫຼີກລ້ຽງຄວາມສ່ຽງເກີດຜົນສະທ້ອນຈາກການເຂົ້າຮ່ວມ NATO ຍ້ອນຊ່ອງວ່າງດ້ານການເມືອງທີ່ອາດຈະເກີດຂຶ້ນພາຍຫຼັງການເລືອກຕັ້ງ.

ມາຮອດປັດຈຸບັນ, ມີ 28 ໃນຈຳນວນ 30 ປະເທດສະມາຊິກ NATO ເຫັນດີໃຫ້ແຟງລັງ ແລະ ຊູແອດ ເຂົ້າຮ່ວມເປັນສະມາຊິກຂອງອົງການນີ້. ສອງປະເທດຍັງບໍ່ທັນເຫັນດີຕໍ່ການຮັບເອົາສອງປະເທດດັ່ງກ່າວເປັນສະມາຊິກແມ່ນ ຕວກກີ ແລະ ຮຸງກາຣີ, ໃນນັ້ນ ຕວກກີ ພວມໄດ້ຮັບຖືວ່າແມ່ນຄວາມກັງວົນໃຫຍ່ທີ່ສຸດ.

ແຫຼ່ງຄັດຈາກ: vovworld.vn