ວົງການເຈົ້າໜ້າທີ່ ຕວກກີ ໃຫ້ຮູ້ວ່າ: ເຫດແຜ່ນດິນໄຫວພາກໃຕ້ປະເທດນີ້ເຮັດໃຫ້ກ່ວາ 43.500 ຄົນເສຍຊີວິດຢູ່. ຕຶກອາຄານປະມານ 164.000 ຫຼັງ, ອາພັດເມັນກ່ວາ 530.000 ຫ້ອງຖືກພັງທະລາຍ. ທາງລັດຖະບານໄດ້ຜັນຂະຫຍາຍຕູບຄ້າຍ, ເຮືອນຢູ່ຊາບຊາທີ່ເປັນຕູ້ຄອນແທນເນີ ແລະເປັນບ່ອນພັກພິງຊົ່ວຄາວ ໃຫ້ແກ່ຜູ້ທີ່ລອດຕາຍຈາກເຫດແຜ່ນດິນໄຫວ. ທ່ານປະທານາທິບໍດີ Recep Tayyip Erdogan ໃຫ້ຄຳໝັ້ນສັນຍາວ່າໃນຮອບເວລາ 1 ປີ, ລັດຖະບານປະເທດນີ້ຈະສ້າງເຮືອນຢູ່ຄືນໃໝ່ໃຫ້ແກ່ປະຊາຊົນທີ່ໄດ້ຮັບຜົນສະທ້ອນ.

ແຫຼ່ງຄັດຈາກ: vovworld.vn