ສ່ວນລັດຖະບານ Pakistan ກໍ່ໄດ້ຈັດແບ່ງຈຳນວນເງິນ 37.14 ລ້ານໂດລາສະຫະລັດ ເພື່ອໜູນຊ່ວຍຄວາມມານະພະຍາຍາມກູ້ໄພກູ້ຊີບ ຈາກເຫດແຜ່ນດິນໄຫວຢູ່ຕວກກີ ພ້ອມທັງໄດ້ຜັນຂະຫຍາຍວຽກງານກູ້ໄພກູ້ຊີບ ຢູ່ທັງທາງອາກາດ, ທາງບົກ ແລະທາງທະເລ.

leftcenterrightdel
ພາບປະກອບ: ສໍານັກຂ່າວສານຫວຽດນາມ

ວັນທີ 12 ກຸມພາ,  ກາຕາ ກໍ່ໃຫ້ຮູ້ວ່າ, ປະເທດນີ້ຈະໜູນຊ່ວຍ ຕວກກີ ແລະ ຊີຣີ ກາບີນ ແລະລົດຕັ້ງຄ້າຍ 10.000 ຄັນ ຊື່ງໄດ້ໃຊ້ໃນຮອບຊິງຊະນະເລີດງານແຂ່ງຂັນກິລາບານເຕະໂລກປີ 2022 (World Cup 2022)  ເພື່ອເປັນບ່ອນລີ້ຊ້ອນໃຫ້ແກ່ປະຊາຊົນພາຍຫຼັງໄພພິບັດແຜ່ນດິນໄຫວ.

ຕາມການຄາດຄະເນຂອງ ສປຊ, ມີປະຊາຊົນນັບລ້ານຄົນຖືກເສຍເຮືອນຊານ ພາຍຫຼັງເຫດແຜ່ນດິນໄຫວທີ່ມີຄວາມແຮງ 7.8 ອົງສາຣິກແຕ ແລະ ເຮັດໃຫ້ເຂດຊຸມຊົນຢູ່ທາງທິດໃຕ້ປະເທດຕວກກີ ແລະທິດເໜືອປະເທດຊີຣີ ເກືອບທັງໝົດຖືກພັງທະລາຍ  ແລະໄລ່ມາຮອດຈຸດເວລານີ້ໄດ້ເຮັດໃຫ້ ປະຊາຊົນຢ່າງໜ້ອຍສຸດ 33.000 ຄົນ ເສຍຊີວິດ.

ແຫຼ່ງຄັດຈາກ: vovworld.vn