leftcenterrightdel
ປະຊາຊົນຈັດແຖວຢູ່ທະນາຄານຂອງລັດເຊຍ. ພາບ: ສໍານັກຂ່າວສານຫວຽດນາມ

ຄຳສັ່ງລົງໂທດດ້ານເສດຖະກິດຂອງອີຢູ ເພື່ອແນໃສ່ລັດເຊຍ ເຊິ່ງລວມມີ ບັນດາມາດຕະການ, ຄື: ຈຳກັດດ້ານການຄ້າ, ການເງິນ, ເຕັກໂນໂລຊີ ແລະ ສິນຄ້າໃຊ້ໄດ້ສອງທາງ, ອຸດສາຫະກຳ, ການຂົນສົ່ງ ແລະສິນຄ້າຫຼູຫຼາ. ນອກຈາກນັ້ນ, ຍັງມີຄຳສັ່ງຫ້າມນຳເຂົ້າ ຫຼື ຂົນສົ່ງນ້ຳມັນດິບດ້ວຍທາງທະເລ ແລະ ບາງຜະລິດຕະພັນນ້ຳມັນຈາກລັດເຊຍ ໄປຍັງ ອີຢູ, ລົບລ້າງບັນດາທະນາຄານຂອງລັດເຊຍ ອອກຈາກສະຫະສະມາຄົມ SWIFT ແລະ ໂຈະການເຄື່ອນໄຫວອອກອາກາດ ກໍ່ຄືໃບອະນຸຍາດຂອງບາງອົງການສື່ສານ ໂດຍລັດຖະບານ ລັດເຊຍ ອຸປະຖຳ. ຄຽງຄູ່ກັນນັ້ນ, ອີຢູ ກໍ່ຈັດວາງຫຼາຍມາດຕະການຄື: ຈຳກັດກ່ຽວກັບການພົວພັນດ້ານເສດຖະກິດກັບແຫຼມ Crimea, ນະຄອນ Sevastopol, ອາຍັບຊັບສິນ ແລະ ສະກັດກັ້ນການໄປມາ ສຳລັບຫຼາຍບຸກຄົນ ແລະ ອົງການ, ພ້ອມກັບບັນດາມາດຕະການທາງການທູດອື່ນອີກ.

ແຫຼ່ງຄັດຈາກ: vovworld.vn