leftcenterrightdel
ການເຈລະຈາເພື່ອແນໃສ່ຟື້ນຟູຂໍ້ຕົກລົງນິວເຄຼຍ ອີຣານ ຢູ່ວຽນນາ, ປະເທດໂອຕາລິດ. (ພາບ: AFP/ສໍານັກຂ່າວສານຫວຽດນາມ)

ວັນທີ 9 ມັງກອນ, ສຳນັກຂ່າວສານ IRNA ໄດ້ຄັດສະເໜີແຫຼ່ງຂ່າວ ຈາກກະຊວງການຕ່າງປະເທດ ອີຣານ ໂດຍໃຫ້ຮູ້ວ່າ ບັນດາການເຈລະຈາເພື່ອແນໃສ່ຟື້ນຟູຂໍ້ຕົກລົງນິວເຄຼຍ ເຊິ່ງປະເທດນີ້ລົງນາມກັບບັນດາປະເທດມະຫາອຳນາດຝ່າຍຕາເວັນຕົກ ພວມດຳເນີນໄປຜ່ານຊອງທາງທີ່ກ່ຽວຂ້ອງຕາມຂໍ້ສະເໜີຂອງສອງຝ່າຍ. ໂຄສົກ Nasser Kanaani ເນັ້ນໜັກວ່າ ອີຣານ ພ້ອມແລ້ວທີ່ຈະບັນລຸໄດ້ຂໍ້ຕົກລົງຟື້ນຟູເອກະສານທີ່ມີຊື່ຢ່າງເປັນທາງການວ່າ ແຜນການກະທຳຮ່ວມຮອບດ້ານ (JCPOA), ໂດຍອີງຕາມຂໍ້ສະເໜີຂອງສະຫະພາບເອີລົບ (EU). ເຖິງຢ່າງໃດກໍ່ຕາມ, ເລື່ອງບັນລຸໄດ້ຂໍ້ຕົກລົງແມ່ນວິວັດການສອງຝ່າຍ, ພ້ອມທັງໃສ່ໃຈວ່າ “ອາເມລິກາ ແມ່ນປະເທດ ລະເມີດຄຳໝັ້ນສັນຍາຕາມຂໍ້ຕົກລົງນິວເຄຼຍ ແລະ ຕ້ອງມີຄວາມຮັບຜິດຊອບກ່ຽວກັບການກະທຳຂອງຕົນ”.

JCPOA ໂດຍອີຣານ ແລະ ບັນດາປະເທດກຳມະການປະຈຳການສະພາຄວາມໝັ້ນຄົງ ສປຊ (ລວມມີ: ອາເມລິກາ, ອັງກິດ, ຝລັ່ງ, ຈີນ ແລະ ລັດເຊຍ) ພ້ອມກັບເຢຍລະມັນ ລົງນາມເມື່ອເດືອນກໍລະກົດປີ 2015. ເຖິງຢ່າງໃດກໍ່ຕາມ, ປີ 2018 ອາເມລິກາໄດ້ຖອນຕົວອອກຈາກຂໍ້ຕົກລົງສະບັບນີ້ ແລະ ຈັດວາງຄຳສັ່ງລົງໂທດດ້ານເສດຖະກິດ, ເຊິ່ງພາໄປເຖິງເລື່ອງ ອີຣານກໍ່ຫຼຸດລົງບັນດາຄຳໝັ້ນສັນຍາຂອງປະເທດນີ້ ໃນຂໍ້ຕົກລົງສະບັບດັ່ງກ່າວ.

ແຫຼ່ງຄັດຈາກ: vovworld.vn