ທີ່ການເຈລະຈາ, ທ່ານປະທານາທິບໍດີ Vladimir Putin ເນັ້ນໜັກວ່າ ສາຍພົວພັນລະຫວ່າງລັດເຊຍ - ຈີນ ໄດ້ຜ່ານຜ່າສິ່ງທ້າທາຍ ແລະພັດທະນາຂຶ້ນສູ່ລະດັບສູງໃໝ່. ໂດຍບໍ່ຫົວຊາຕໍ່ມາດຕະການຈັດວາງຄຳສັ່ງລົງໂທດຂອງຝ່າຍຕາເວັນຕົກ, ວົງເງິນການຄ້າສອງສົ້ນຂອງລັດເຊຍ - ຈີນ ໃນປີ 2022 ເພີ່ມຂຶ້ນລະດັບສູງສະຖິຕິ, ປະມານ 25% ແລະເປົ້າໝາຍນຳວົງເງິນການຄ້າບັນລຸ 200 ຕື້ USD ໃນປີ 2024 ຈະບັນລຸໄດ້ກ່ອນກຳນົດເວລາ. ການສະໜອງນ້ຳມັນອາຍແກັດຂອງລັດເຊຍ ໃຫ້ຈີນ ແມ່ນເພີ່ມຂຶ້ນແບບບໍ່ເຄີຍມີມາກ່ອນ ແລະຈະສືບຕໍ່ເພີ່ມຂຶ້ນໃນປີ 2023. ທ່ານປະທານາທິບໍດີລັດເຊຍ ໃຫ້ຮູ້ວ່າ ພວມລໍຄອຍການຢ້ຽມຢາມທາງລັດຖະກິດ ຂອງທ່ານປະທານປະເທດຈີນ ສີຈີ້ນຜິງ  ໃນລະດູບານໃໝ່ປີ 2023, ການຢ້ຽມຢາມເຫຼົ່ານັ້ນ ຈະສະແດງໃຫ້ເຫັນຄວາມໝັ້ນແກ່ນຂອງການພົວພັນລະຫວ່າງສອງປະເທດ.

leftcenterrightdel
ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະທ່ານປະທານປະເທດຈີນ ສີຈີ້ນຜິງ ດຳເນີນການເຈລະຈາທາງໄກ. ພາບ: ສໍານັກຂ່າວສານຫວຽດນາມ

ສ່ວນທ່ານປະທານປະເທດຈີນ ສີຈີ້ນຜິງ ຖະແຫຼງວ່າ ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຈີນ - ລັດເຊຍ ໄດ້ເປັນພະຍານຫຼັກຖານໃຫ້ແກ່ຄວາມໝັ້ນແກ່ນ. ຈີນ ພ້ອມແລ້ວທີ່ຈະເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບລັດເຊຍ; ສອງຝ່າຍເປັນຄູ່ຮ່ວມມືທົ່ວໂລກຂອງກັນ ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ.

ແຫຼ່ງຄັດຈາກ: vovworld.vn