leftcenterrightdel
ທ່າກໍາປັ່ນແຫ່ງໜຶ່ງຂອງ ສປ ຈີນ. ພາບ: ສຳນັກຂ່າວສານຫວຽດນາມ

ໃນບົດກ່າວປາໄສສົ່ງເຖິງງານວາງສະແດງການນຳເຂົ້າ - ສົ່ງອອກສາກົນຈີນ ປະຈຳປີ ຄັ້ງທີ 5, ຈັດຂຶ້ນຢູ່ຊຽງໄຮ້, ທ່ານປະທານປະເທດ ສີຈີ້ນຜິງ ຢັ້ງຢືນວ່າ: ຈີນ ເດີນຕາມຍຸດທະສາດຕ່າງຝ່າຍຕ່າງມີຜົນປະໂຫຍດ ເມື່ອເປີດປະຕູພື້ນຖານເສດຖະກິດ ແລະຖືກຕາມຂັ້ນຕອນຫັນເສດຖະກິດເປັນໂລກາພິວັດ. ທ່ານໃຫ້ຮູ້ວ່າ: ປະເທດນີ້ຈະເພີ່ມທະວີຄວາມມານະພະຍາຍາມ ເພື່ອແນໃສ່ສ້າງຕະຫຼາດພາຍໃນໃຫ້ໝັ້ນຄົງເຂັ້ມແຂງ, ເພີ່ມທະວີການຄ້າຂາຍສິນຄ້າ, ພັດທະນາບັນດາກົນໄກໃໝ່ ໃຫ້ແກ່ການຄ້າໃນຂົງເຂດບໍລິການ ແລະບັນດາຝ່າຍເພື່ອແບ່ງປັນບັນດາກາລະໂອກາດໃນຕະຫຼາດທີ່ໃຫຍ່ຫຼວງຂອງຕົນ.

ງານວາງສະແດງການນຳເຂົ້າ - ສົ່ງອອກສາກົນຈີນ ໄດ້ດຳເນີນແຕ່ວັນທີ 5 - 10 ພະຈິກ, ດຶງດູດການເຂົ້າຮ່ວມຂອງບໍລິສັດ 2.800 ແຫ່ງ ທີ່ມາຈາກ 127 ປະເທດ ແລະເຂດແຄ້ວນ. ທີ່ເຫດການດັ່ງກ່າວ, ບໍລິສັດຕ່າງປະເທດຫຼາຍແຫ່ງຈະໂຄສະນາບັນດາຜະລິດຕະພັນຂອງຕົນ ມຸ່ງໄປເຖິງຕະຫຼາດຂອງພື້ນຖານເສດຖະກິດໃຫຍ່ທີສອງໃນໂລກ.

ແຫຼ່ງຄັດຈາກ: vovworld.vn