ໄພນ້ຳຖ້ວມຍ້ອນຝົນຕົກໜັກຜິດປົກກະຕິໃນລະດູຝົນປີນີ້ຢູ່ ປາກິດສະຖານ ໄດ້ເຮັດໃຫ້ປະຊາຊົນເກືອບ 1.700 ຄົນເສຍຊີວິດ, ສົ່ງຜົນກະທົບເຖິງປະຊາຊົນ 33 ລ້ານຄົນ, ເຮັດໃຫ້ເຮືອນຊານບ້ານຊ່ອງຖືກເປ່ເພ ກວ່າ 2 ລ້ານຫຼັງ, ເຮັດໃຫ້ປະຊາຊົນນັບແສນໆຄົນຕ້ອງຢູ່ໃນຕູບ ຫຼື ເຮືອນຢູ່ຊົ່ວຄາວ. ໃນບົດລາຍງານໄດ້ປະກາດສະບັບຫຼ້າສຸດ, ຫ້ອງການປະສານງານບັນດາບັນຫາມະນຸດສະທຳຂອງ ສປຊ (OCHA) ສະແດງຄວາມວິຕົກວັງວົນວ່າໄພນ້ຳຖ້ວມອາດຈະເຮັດໃຫ້ສະພາບຂາດຄວາມໝັ້ນຄົງດ້ານສະບຽງອາຫານຢູ່ ປາກິດສະຖານ ໜັກໜ່ວງຂຶ້ນຕື່ມ ແລະປະຊາຊົນປະມານ 5,7 ລ້ານຄົນຢູ່ບັນດາເຂດຖືກຜົນກະທົບຕ້ອງປະເຊີນໜ້າກັບວິກິດການດ້ານສະບຽງອາຫານໃນໄລຍະແຕ່ເດືອນກັນຍາ ຫາເດືອນ ພະຈິກ.

ລັດຖະບານ ປາກິດສະຖານ ຄາດວ່າຜົນເສຍຫາຍໂດຍໄພນ້ຳຖ້ວມກໍ່ຂຶ້ນອາດຈະຂຶ້ນເຖິງຈຳນວນເງິນ 30 ຕື້ດລາສະຫະລັດ, ເສັ້ນທາງຫຼາຍສາຍຖືກພັງທະລາຍ, ຂົວປະມານ 440 ແຫ່ງຖືກທຳລາຍ, ຄົມມະນາຄົມທາງລົດໄຟຖືກຕັດຕອນ. ລັດຖະບານ ປາກິດສະຖານ ຕີລາຄາແຫຼ່ງສະສົມເຂົ້າບາເລຂອງປະເທດນີ້ຍັງພຽງພໍດີຮອດລະດູການເກັບກ່ຽວຕໍ່ໄປຢູ່, ແຕ່ພວມມານະພະຍາຍາມເພື່ອນຳເຂົ້າຕື່ມອີກເພື່ອແກ້ໄຂສະພາບການໃນປະຈຸບັນ.

ແຫຼ່ງຄັດຈາກ: vovworld.vn