leftcenterrightdel
ສະພາແຫ່ງຊາດ ສປປ ເກົາຫຼີ ຊົມເຊີຍ ເມື່ອກົດໝາຍສະບັບໃໝ່ໄດ້ຮັບຮອງເອົາ. ພາບ:KCNA

ຕາມສື່ມວນຊົນ ສປປ.ເກົາຫຼີ ແລ້ວ, ວັນທີ 9 ກັນຍາ, ສປປ.ເກົາຫຼີ ຮັບຮອງເອົາກົດໝາຍກ່ຽວກັບສິດນຳໃຊ້ບັ້ນບຸກໂຈມຕີດ້ວຍນິວເຄຼຍ ເພື່ອປົກປັກຮັກສາປະເທດຊາດ. ກົດໝາຍສະບັບໃໝ່ນີ້ ໄດ້ມອບ ໃຫ້ປະທານ Kim Jong-un ມີສິດໜຶ່ງດຽວ ເພື່ອອອກຄຳສັ່ງນຳໃຊ້ອາວຸດນິວເຄຼຍ ແຕ່ປະເທດນີ້ ອາດຈະໂຕ້ຕອບດ້ວຍຕົນເອງ ຖ້າຫາກຖືກບຸກໂຈມຕີນິວເຄຼຍ.

ກົດໝາຍສະບັບໃໝ່ຊີ້ແຈ້ງວ່າ ເວລາໃດອາວຸດນິວເຄຼຍສາມາດໄດ້ນຳໃຊ້ລວມທັງເລື່ອງ ແນໃສ່ໂຕ້ຕອບການບຸກໂຈມຕີ ຫຼື ສະກັດກັ້ນການຮຸກຮານ. ກົດໝາຍນີ້ ກໍ່ອະນຸຍາດໃຫ້ບຸກໂຈມຕີນິວເຄຼຍ ຖ້າຫາກພົບເຫັນອາດຈະເກີດການບຸກໂຈມຕີດ້ວຍອາວຸດລ້າງຜານ ຫຼືເລັ່ງໃສ່ບັນດາເປົ້າໝາຍຍຸດທະສາດຂອງປະເທດນີ້.

ແຫຼ່ງຄັດຈາກ: vovworld.vn