ຄາດວ່າ ກອງປະຊຸມຈະປຶກສາຫາລືກ່ຽວກັບສິ່ງທ້າທາຍຕໍ່ຄວາມໝັ້ນຄົງໃນພາກພື້ນ, ລວມມີສະພາບການຢູ່ຢູແກຼນ ແລະອັບການິດສະຖານ. ຢູ່ທີ່ນີ້, ທ່ານ Singh ກໍ່ຈະມີບັນດາການພົບປະສອງຝ່າຍກັບລັດຖະມົນຕີກະຊວງປ້ອງກັນປະເທດ ບາງປະເທດແມ່ນສະມາຊິກຂອງ SCO.

leftcenterrightdel
ບັນດາການນຳເຂົ້າຮ່ວມກອງປະຊຸມສຸດຍອດອົງການຮ່ວມມືຊຽງໄຮ້ (SCO) ຄັ້ງທີ 21 ຜ່ານລະບົບທາງໄກ, ຢູ່ນະຄອນຫຼວງ Dushanbe ຂອງ ຕາຈິກິດສະຖານ, ວັນທີ 17 ກັນຍາ. ພາບ: ສຳນັກຂ່າວສານຫວຽດນາມ.

SCO ແມ່ນອົງການຈັດຕັ້ງການເມືອງ, ເສດຖະກິດ ແລະຄວາມໝັ້ນຄົງອາຊີ-ເອີລົບ, ໂດດເດັ່ນຄືໜຶ່ງໃນບັນດາອົງການຈັດຕັ້ງສາກົນໃຫຍ່, ດ້ວຍ 8 ປະເທດສະມາຊິກ: ລັດເຊຍ, ຈີນ, ກິກີດສະຖານ, ກາຊັກສະຖານ, ຕາຈິກິດສະຖານ, ອຸຊະເບັກກິດສະຖານ, ອິນເດຍ, ປາກິດສະຖານ. ອີຣານ ພວມໃນວິວັດການເຂົ້າເປັນສະມາຊິກ ທີ 9 ຂອງອົງການຈັດຕັ້ງນີ້. SCO ກວມເອົາປະມານ 60% ເນື້ອທີ່ອາຊີ ແລະເອີລົບ, ມີພົນລະເມືອງກວມເອົາ 40% ຂອງໂລກ ແລະ 30% GDP ທົ່ວໂລກ, ເຊິ່ງວົງການນັກໄຈ້ແຍກໄດ້ຕີລາຄາວ່າແມ່ນອົງການທີ່ສ້າງຄວາມສົມດຸ່ນໃໝ່ຂອງອົງການນາໂຕ.

ໂດຍ: ສົມເພັດ