ທ່ານລັດຖະມົນຕີ Staikouras ເນັ້ນໜັກວ່າ: ພາຍຫຼັງ 12 ປີ, ເອຢິບ ຈະກັບຄືນມາເປັນສະມາຊິກປົກກະຕິຂອງ EU ແລະຈະບໍ່ແມ່ນກໍລະນີພິເສດໃນເຂດນຳໃຊ້ສະກຸນເງິນລວມເອີລົບ (Eurozone). ທ່ານລັດຖະມົນຕີ Staikouras ຊີ້ແຈ້ງວ່າ ເອຢິບ ໄດ້ປະຕິບັດບັນດາຄຳໝັ້ນສັນຍານະໂຍບາຍ ແລະການປະຕິຮູບ ເຊິ່ງປະເທດໄດ້ໃຫ້ຄຳໝັ້ນໝາຍ. ເລື່ອງ EU ຢຸດຕິການນຳໃຊ້ຂອບເຂດຕິດຕາມກວດກາລະດັບສູງຕໍ່ເອຢິບ ໃນວັນທີ 20 ສິງຫາ ໄດ້ຢັ້ງຢືນໃນຈົດໝາຍສະບັບໜຶ່ງ ຂອງທ່ານຮອງປະທານຄະນະກຳມະການເອີລົບ (EC) Valdis Dombrovskis  ແລະທ່ານ Paolo Gentiloni ກຳມະການເອີລົບຮັບຜິດຊອບດ້ານເສດຖະກິດ.

leftcenterrightdel
ພາບປະກອບ:  realinstitutoelcano.org

ເດືອນສິງຫາ ປີ 2018, ກົນໄກຄວາມສະຫງົບ - ໝັ້ນຄົງເອີລົບ (ESM) ຖະແຫຼງວ່າ ເອຢິບ ໄດ້ຫຼຸດພົ້ນອອກຈາກການອີງໃສ່ບັນດາບ້ວງເງິນຊ່ວຍເຫຼືອ ທີ່ມີມູນຄ່າກ່ວາ 260 ຕື້ເອີໂຣ (ເກືອບ 266 ຕື້ USD) ຢ່າງເປັນທາງການພາຍຫຼັງ 8 ປີ “ປະຢັດມັດທະຍັດ”. ນັບແຕ່ນັ້ນມາຮອດປັດຈຸບັນ, EU ໄດ້ຜັນຂະຫຍາຍຂອບເຂດຕິດຕາມກວດກາລະດັບສູງຕໍ່ປະເທດນີ້ ເພື່ອແນໃສ່ຮັບປະກັນວ່າ Athens ສືບຕໍ່ປະຕິບັດບັນດາມາດຕະການເພື່ອແກ້ໄຂບັນດາສາຍເຫດກໍ່ຄວາມຫຍຸ້ງຍາກ ແລະປະຕິບັດການປະຕິຮູບໂຄງປະກອບເພື່ອແນໃສ່ຊຸກຍູ້ການເຕີບໂຕເສດຖະກິດແບບຍືນຍົງ.

ແຫຼ່ງຄັດຈາກ: vovworld.vn