ຂະນະ​ທີ່ການນໍາປະ​ເທດ​ຈີນ ​ໃນ​ຖານະເປັນ​ປະ​ເທດ​ເຮັດ​ໜ້າ​ທີ່​ເປັນ​ປະທານ ບຣິກສ ປະຈຳ​ປີ​ນີ້ ກ່າວ​ໃນ​ກອງ​ປະຊຸມ ປະຈຳ​ປີ​ນີ້​ ​ໄດ້ຮຽກຮ້ອງໃຫ້​ກຸ່ມ​ປະ​ເທດ ​ບຣິກສ ​ເດີນ​ໜ້າສ້າງ​ຄວາມ​ກ້າວໜ້າ​ໃໝ່​ດ້ານ​ນະ​ວັດຕະ​ກຳພ້ອມ​ທັງ​ກະ​ຕຸ້ນທ່າ​ແຮງ ​ແລະ ​ເພີ່ມ​ທ່າ​ແຮງຂອງການ​ຮ່ວມ​ມື​ໄປ​ນຳ​ກັນ. ນອກ​ນີ້ຍັງ​ເດີນ​ໜ້າ​ຂອງ​ການ​ສ້າງ​ວິຖີ​ໃໝ່​ໃນ​ການ​ປະສານນະ​ໂຍບາຍດ້ານ​ອຸດສາຫະກຳລະຫວ່າງ​ກັນ​ຂອງ​ສະມາຊິກ ບຣິກສ ທັງ 5 ປະ​ເທດ​ໃນ​ປີ​ນີ້ ລວມທັງ ​ການ​ສ້າງ​ສູນ​ນະ​ວັດຕະ​ກຳ​ການ​ປະຕິບັດ ທາງ​ການ​ຄ້າອຸດສາຫະກຳ​ໃໝ່​ໃນ​ການ​ເປັນ​ຫຸ້ນ​ສ່ວນ ກຸ່ມ​ບຣິກສ (The BRICS Partnership on New Industrial Revolution Innovation Center) ຊຶ່ງ​ໄດ້​ເປີດ​ຕົວ​ແລ້ວ ທີ່​ນະຄອນ​ຊຽງ​ເໝີ​ນ ​ໃນ​ແຂວງ​ຝູຈຽງ ທາງ​ຕາ​ເວັນ​ອອກ​ຂອງ​ຈີນ.

ແຫຼ່ງຄັດຈາກ: kpl.gov.la