leftcenterrightdel
ເຈົ້າໜ້າທີ່ອີຢູ-ເອຢິບ-ອິດສະຣາແອນ ທີ່ພິທີລົງນາມ. ພາບ: AFP

ໃນ​ໂອກາດ​ທີ່ທ່ານນາງ ​ເອີ​ຊູ​ລາ ຟອນ​ເດີ ​ເລ​ເຢນ (Ursula von der Leyen), ປະທານ​ຄະນະ​ກຳມະການເອີຣົບ ໃນຖານະຜູ້ຕາງໜ້າ ຂອງສະຫະພາບ ເອີຣົບ (ອີ​ຢູ) ເດີນທາງໄປນະຄອນ​ໄຄ​ໂຣ (Cairo) ຂອງເອຢິບ ເພື່ອ​ລົງ​ນາມ​ໃນ​ຂໍ້​ຕົກ​ລົງ ​ໃນ​ການ​ຊື້ອາຍ​ແກັສ​ ດັ່ງ​ກ່າວ ​ໂດຍ​ຜ່ານບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ ​ກ່ຽວ​ກັບ​ການ​ສົ່ງ​ອອກ​ອາຍ​ແກັສ ​ລະ​ຫວ່າງ​ເອ​ຢິບ​, ອິດ​ສະ​ຣາ​ເອນ​ ແລະ​ສະ​ຫະ​ພາບ​ເອີ​ຣົບ​.

ນອກ​ນີ້ ​ຍັງ​ຈະໃຫ້ການ​ຊ່ວຍ​ເຫລືອດ້ານສະບຽງອາຫານ ດ້ວຍມູນ​ຄ່າ 100 ລ້ານ​ເອີ​ໂຣ ​ໃຫ້​ແກ່ເອຢິບ ຊຶ່ງ​ເປັນ​ປະ​ເທດທີ່​ມີ​ປະຊາກອນຫລາຍ​ທີ່​ສຸດ​ ໃນ​​ອາຣັບ ​ແລະພວມ​ຂາດ​ແຄນທັນ​ຍາ​ພຶດຢ່າງ​ໜັກ ​ແລະຈະ​ມອບການ​ຊ່ວຍ​ເຫລືອອີກ 3 ຕື້​ເອີ​ໂຣ ​ໃນ​ໂຄງການ​ກະສິກຳ,​ ໂພຊະ​ນາ​ການ, ນ້ຳ ​ແລະ ສຸຂາພິບານໃນພາກ​ພື້ນ​ນີ້​ ໃນ​ປີຕໍ່ໆ​ໄປ.

ຂ່າວ: ຂປລ