leftcenterrightdel
ທ່ານ Rafael Grossi, ຜູ້ອຳນວຍການໃຫຍ່ອົງການ IAEA. ພາບ: AFP/ ສໍານັກຂ່າວສານຫວຽດນາມ

ວັນທີ 12 ມິຖຸນາ, ອົງການພະຍັງງານປະລະມານູສາກົນ (IAEA) ໄດ້ກະຕຸກຊຸກຍູ້ ອີຣານ ເຊື່ອມຕໍ່ວິວັດທະນາການເຈລະຈາ “ໃນທັນທີ” ເພື່ອແນໃສ່ຫຼີກລ້ຽງວິກິດການອາດຈະພາໄປເຖິງ “ຫຼາຍຄວາມຫຍຸ້ງຍາກໃໝ່ທີ່ສຸດ” ໃນຄວາມມານະພະຍາຍາມເພື່ອກອບກູ້ເອົາຂໍ້ຕົກລົງນິວເຄຼຍປີ 2015, ຫຼື ຍັງເອີ້ນວ່າ ແຜນການກະທຳລວມຮອບດ້ານ (JCPOA).

ໃນອາທິດຜ່ານມາ, ອີຣານ ໄດ້ປິດກ້ອງຖ່າຍເຄື່ອງຄາເມຣາໂດຍບັນດາຜູ້ສັງເກດການສາກົນຕິດຕັ້ງເພື່ອແນໃສ່ຕິດຕາມການເຄື່ອນໄຫວນິວເຄຼຍຂອງ ອີຣານ. ການກະທຳນີ້ແມ່ນເພື່ອແນໃສ່ໂຕ້ຕອບຝ່າຍຕາເວັນຕົກ ຢູ່ IAEA ເມື່ອວັນທີ 8 ມິຖຸນາ ຮັບຮອງເອົາມະຕິກ່າວຫາ ອີຣານ ບໍ່ອຳນວນຄວາມສະດວກຕໍ່ການຮ່ວມມື. ວິທີໜຶ່ງດຽວເພື່ອໃຫ້ ອີຣານ ສ້າງຄວາມເຊື່ອໝັ້ນຄືນໃໝ່ ນັ້ນແມ່ນອະນຸຍາດໃຫ້ບັນດານັກສັງເກດການຂອງ IAEA ໄປຍັງ ອີຣານ.

ແຫຼ່ງຄັດຈາກ: vovworld.vn