leftcenterrightdel
ທຳນຽບຂາວ ອາເມລິກາ (ພາບ: THX/ສໍານັກຂ່າວສານຫວຽດນາມ)

ວັນທີ 9 ມິຖຸນາ, ອຳນາດການປົກຄອງ ອາເມລິກາ ໄດ້ຍົກລະດັບຄະນະນັກການທູດ ກ່ຽວກັບປາແລັດສະຕິນ,  ຕ່າວປີ້ນ ຂໍ້ຕົກລົງຂອງທ່ານອະດີດປະທານາທິບໍດີ Donald Trump. ຂໍ້ຕົກລົງໄດ້ຍົກອອກມາກ່ອນການຢ້ຽມຢາມຂົງເຂດນີ້ຂອງທ່ານປະທານາທິບໍດີ Joe Biden ຢູ່ເຂດນີ້ຕາມການຄາດຄະເນ.

ຕາມຂໍ້ຕົກລົງສະບັບໃໝ່ແລ້ວ, “ໜ່ວຍງານຮັບຜິດຊອບບັນຫາປາແລັດສະຕິນ (PAU)” ໄດ້ປ່ຽນຊື່ເປັນ “ຫ້ອງວ່າການອາເມລິກາ ຮັບຜິດຊອບ ກ່ຽວກັບບັນຫາ ປາແລັດສະຕິນ (OPA)” ແລະ ລາຍງານບັນຫາສຳຄັນນີ້ໂດຍກົງໃຫ້ວໍຊິງຕັນ.

ກ່ອນທີ່ຈະຖືກຫຼຸດລະດັບລົງມາເປັນ PAU, ຫ້ອງວ່າການນີ້ແມ່ນສະຖານກົງສູນຂອງ ອາເມລິກາ ປະຈຳ Jerusalem. ເມື່ອທ່ານປະທານາທິບໍດີ Donald Trump ຍັງກຳອຳນາດໄດ້ປິດປະຕູສະຖານກົງສູນນີ້ຢ່າງເປັນທາງການ ແລະ ປ່ຽນຫ້ອງວ່າການນີ້ມາເປັນ PAU ຂຶ້ນກັບສະຖານທູດ ອາເມລິກາ ທີ່ໄດ້ຍົກຍ້າຍຈາກ Tel Aviv ໄປຍັງ Jerusalem ເມື່ອປີ 2018.

ກໍ່ໃນວັນທີ 9 ມິຖຸນາ, ທູດພິເສດຂອງກະຊວງການຕ່າງປະເທດອາເມລິກາ ທ່ານ Hady Amr ໄດ້ເດີນທາງໄປ Ramallah ເພື່ອພົບປະກັບເຈົ້າໜ້າທີ່ ປາແລັດສະຕິນ.

ແຫຼ່ງຄັດຈາກ: vovworld.vn