leftcenterrightdel
ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Kishida Fumio. ພາບ: Kyodo/ສໍານັກຂ່າວສານຫວຽດນາມ.

ຕອນຄ່ຳວັນທີ 26 ພຶດສະພາ, ໃນບົດກ່າວປາໄສທີ່ງານລ້ຽງບັນດາຫົວໜ້າຄະນະເຂົ້າຮ່ວມກອງປະຊຸມສາກົນ ອາຊີ ຄັ້ງທີ 27, ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Kishida Fumio ໄດ້ຢືນຢັນວ່າ ອາຊີ ຈະສວມບົດບາດສຳຄັນໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຄວາມວັດທະນາຖາວອນ ບໍ່ພຽງແຕ່ຢູ່ພາກພື້ນເທົ່ານັ້ນ ຫາກໃນທົ່ວໂລກອີກດ້ວຍ.

ທ່ານນາຍົກລັດຖະມົນຕີ Kishida Fumio ຖືວ່າ, ປະຈຸບັນ ອາຊີ ບໍ່ພຽງແຕ່ນອນໃນຂອບເຂດຂອງ ອາຊີ ເທົ່ານັ້ນ, ຫາກຍັງຕັ້ງຄວາມຫວັງຈະນຳເອົາສັນຕິພາບ ແລະ ຄວາມວັດທະນາຖາວອນແບບຍືນຍົງມາໃຫ້ທົ່ວໂລກ, ແມ່ນພາກພື້ນເສລີ ແລະ ເປີດເຜີຍ, ແມ່ນພາກພື້ນພັດທະນາແບບຍືນຍົງຢ່າງແຮງ ແລະ ແມ່ນພາກພື້ນປະກອບສ່ວນແກ້ໄຂບັນຫາທົ່ວໂລກອີກດ້ວຍ. ໃນນັ້ນ, ການພົວພັນລະຫວ່າງ ຍີ່ປຸ່ນ ແລະ ອາຊຽນ ສວມບົດບາດສຳຄັນທີ່ສຸດ.

ປີຈະມາເຖິງ, ຍີ່ປຸ່ນ ຈະສຸມໃສ່ການກະທຳຕົ້ນຕໍ 4 ຢ່າງຄື: ສ້າງຄວາມເປັນລະບຽບຮຽບຮ້ອຍສາກົນແບບເສລີ ແລະ ເປີດກວ້າງ, ຮ່ວມມືເພື່ອຮັກສາຄວາມເປັນລະບຽບຮຽບຮ້ອຍສັນຕິພາບ, ຟື້ນຟູການພົວພັນແລກປ່ຽນມະນຸດດ້ວຍກັນ ແລະ ເພີ່ມທະວີການຮ່ວມມືເພື່ອຜ່ານຜ່າບັນດາສິ່ງທ້າທາຍ.

ແຫຼ່ງຄັດຈາກ: vovworld.vn