leftcenterrightdel
ພາບປະກອບ: kinhtexaydung.petrotimes.vn

ຫວ່າງແລ້ວນີ້, ອິດ​ສະຣາ​ແອນ ​ແລະ ​ເຢຍລະ​ມັນ ​ໄດ້ອອກຖະ​ແຫລ​ງການ​ຮ່ວມວ່າ: ທ່ານ ຄາຣີນ ​ເອລຮາຣາ ລັດຖະມົນຕີກະຊວງ​ພະລັງງານອິດສະຣາ​ແອນ ​ແລະທ່ານ ​ໂອ​ລິ​ເວີຄາຣີສ​ເຊີ ລັດຖະມົນຕີກະຊວງ​ເສດຖະກິດ ​ແລະພະລັງງານ ​ເຢຍລະ​ມັນ ​ໄດ້​ລົງ​ນາມ​ຂໍ້​ຕົກລົງ​ວ່າ​ດ້ວຍ​ການ​ຮ່ວມ​ມືດ້ານ ພະລັງງານ. ການ​ລົງ​ນາມ​ ດັ່ງກ່າວໄດ້​ເກີດ​ຂຶ້ນ​ພາຍຫລັງ​ກອງ​ປະຊຸມຄູ່ຮ່ວມມືລະຫວ່າງ ອິດສະຣາ​ແອນ ​ແລະ ​ເຢຍລະ​ມັນ ໄດ້ຈັດ​ຂຶ້ນ ໃນ​ລະຫວ່າງກອງ​ປະຊຸມຄະນະ​ລັດຖະມົນຕີ ປະຈຳ​ປີ ​ຂອງອົງການ​ພະລັງງານລະຫວ່າງ​ປະ​ເທດ (IEA)  ​ຢູ່ ນະຄອນຫລວງ ປາຣີ ປະເທດ ຝຣັ່ງ. ຖະ​ແຫລ​ງການ ​ລະບຸ​ວ່າ: ຄວາມ​ເປັນ​ຫຸ້ນ​ສ່ວນ​ເບື້ອງ​ຕົ້ນແມ່ນເພື່ອຜົນ​ປະ​ໂຫຍ​ດຮ່ວມ​ໃນ​ການພັດທະນາເຕັກ​ໂນ​ໂລ​ຊີ ​ເພື່ອ​ຈັດ​ສັນ​ພະລັງງານທີ່​ໜ້າ​ເຊື່ອ​ຖືແບບຍືນ​ຍົງ ແລະລາຄາ​ ທີ່ສາມາດຊື້ໄດ້, ​ໂດຍ​ໃຫ້​ຄວາມ​ສຳຄັນກັບ​ການ​ຂະຫຍາຍປະລິມານ​ພະລັງງານ​ໝູນວຽນ ​ແລະການ​ໃຊ້​ເຕັກ​ໂນ​ໂລ​ຊີພະລັງງານ​ໃໝ່.

ໂດຍ: ທະນາພອນ