leftcenterrightdel
ຊາວອົບພະຍົບຢູແກຼນ. ພາບ: PAP/ສໍານັກຂ່າວສານຫວຽດນາມ.

ຕາມສຳນັກຂ່າວສານ TASS ຂອງລັດເຊຍ ແລ້ວ, ວັນທີ 17 ມີນາ, ທ່ານນາງ ໂຄສົກກະຊວງການຕ່າງປະເທດ ລັດເຊຍ Maria Zakharova ໃຫ້ຮູ້ວ່າ, ການເຈລະຈາລະຫວ່າງປະເທດນີ້ກັບ ຢູແກຼນ ສືບຕໍ່ດຳເນີນໄປແບບທາງໄກ. ເຈົ້າໜ້າທີ່ຂອງ 2 ຝ່າຍພວມປຶກສາຫາລືກ່ຽວກັບບັນຫາການທະຫານ, ການເມືອງ ແລະ ມະນຸດສະທຳ.

ໃນຂະນະນັ້ນ, ກ່າວຄຳເຫັນຕໍ່ວົງການນັກຂ່າວຢູ່ ມົດສະກູ, ທ່ານເລຂາສືື່ມວນຊົນຂອງປະທານາທິບໍດີລັດເຊຍ Dmitry Peskov ຊີ້ແຈ້ງວ່າ, ເລື່ອງ ລັດເຊຍ ແລະ ຢູແກຼນ ລົງນາມ ແລະ ປະຕິບັດຂໍ້ຕົກລົງສະບັບໜຶ່ງ ອາດຈະຢຸດຕິບັນດາເຫດການທີ່ພວມເກີດຂຶ້ນຢູ່ປະເທດນີ້ໂດຍໄວ. ທ່ານກໍ່ຢືນຢັນວ່າ ບັນດາເງື່ອນໄຂຂອງ ມົດສະກູ ແມ່ນຈະແຈ້ງທີ່ສຸດ, ໄດ້ສ້າງຂຶ້ນ ແລະ ໄດ້ແຈ້ງໃຫ້ນັກເຈລະຈາ ຢູແກຼນ ຮັບຊາບຢ່າງຄົບຖ້ວນ.

ອົງການສື່ມວນຊົນຂອງປະທານາທິບໍດີ ຢູແກຼນ ໃຫ້ຮູ້ວ່າ, ໃນວັນທີ 17 ມີນາ, ທ່ານປະທານາທິບໍດີ ຢູແກຼນ Volodymyr Zekensky ໄດ້ຍົກອອກບູລິມະສິດໃນການເຈລະຈາກັບ ລັດເຊຍ, ລວມມີການຢຸດຕິສົງຄາມ, ຮັບປະກັນຄວາມໝັ້ນຄົງໃຫ້ແກ່ປະຊາຊົນ ແລະ ປະເທດຊາດ.

ແຫຼ່ງຄັດຈາກ: vovworld.vn