leftcenterrightdel
ປຊຊ ອອກຈາກນະຄອນ ກີແອບ ເມື່ອວັນທີ  7 ມີນາ 2022 (ພາບ: AFP/ສໍານັກຂ່າວສານຫວຽດນາມ)

ເລື່ອງສ້າງແລວທາງມະນຸດສະທຳ ເພື່ອຍົກຍ້າຍ ແລະ ອຸປະຖຳ ໃຫ້ແກ່ ປຊຊ ແມ່ນຄວາມຕ້ອງການ “ໜ້ອຍສຸດ” ທີ່ຕ້ອງປະຕິບັດໂດຍທັນທີ ແລະ ແມ່ນສິ່ງສຳຄັນ ໂດຍບັນດານັກການທູດລັດເຊຍ ແລະ ຢູແກຼນ ຕ້ອງບັນລຸໄດ້. ຖະແຫຼງການດັ່ງກ່າວໂດຍທ່ານເລຂາທິການໃຫຍ່ ນາໂຕ Jens Stoltenberg ຍົກອອກມາເມື່ອວັນທີ 11 ມີນາ ຢູ່ນອກເວທີປາໄສການທູດ  Antalya ຈັດຂຶ້ນໃນວັນດຽວກັນຢູ່ປະເທດ ຕວກກີ.

ກ່າວຄຳເຫັນກັບວົງການນັກຂ່າວ, ທ່ານເລຂາທິການໃຫຍ່ ນາໂຕ Jens Stoltenberg ຢືນຢັນຄືນໃໝ່ວ່າ ສຳພັນທະມິດດ້ານການທະຫານນີ້ຈະບໍ່ຜັນຂະຫຍາຍທະຫານ ຫຼືເຮືອບິນໄປຍັງ ຢູແກຼນ ແລະ ຊີ້ແຈ້ງວ່າ ຄວາມຮັບຜິດຊອບຂອງ ນາໂຕ ແມ່ນ “ສະກັດກັ້ນການປະທະກັນໃນປະຈຸບັນ ບໍ່ໃຫ້ປິນຂັ້ນໄດອອກໄປນອກເຂດຊາຍແດນ ຢູແກຼນ ກາຍເປັນສົງຄາມຮອບດ້ານລະຫວ່າງ ລັດເຊຍ ແລະ ນາໂຕ”.

ແຫຼ່ງຄັດຈາກ: vovworld.vn