ປຶກສາຫາລືກ່ຽວກັບບັນດາຂໍ້ສະເໜີໃນບົດລາຍງານ, ບັນດາປະເທດ ແລະອົງການຈັດຕັ້ງບໍ່ຂຶ້ນກັບລັດຖະບານ ໄດ້ເນັ້ນໜັກເຖິງບົດບາດຂອງການຮ່ວມມືສາກົນໃນການແກ້ໄຂສິ່ງທ້າທາຍທີ່ປະກົດຂຶ້ນໃນນັ້ນມີພະຍາດໂຄວິດ-19, ການປ່ຽນແປງຂອງດິນຟ້າອາກາດກໍ່ຄືບັນຫາມະນຸດສະທໍາ. ຫຼາຍປະເທດຖືວ່າຕ້ອງປະຕິຮູບ ສປຊ ຕາມທິດທີ່ມີປະສິດທິຜົນ ແລະໂປ່ງໃສກວ່າ, ກໍ່ຄືມຸ່ງໄປເຖິງການກໍ່ສ້າງ ສປຊ 2.0 ດ້ວຍການເຂົ້າຮ່ວມຂອງໄວໜຸ່ມຫຼາຍກວ່າ, ພາກເອກະຊົນ ແລະບັນດາອົງການບໍ່ຂຶ້ນກັບລັດຖະບານ.

leftcenterrightdel
ບັນຍາກາດທີ່ກອງປະຊຸມສະມັດຊາໃຫຍ່ ສປຊ. ພາບ: ສໍານັກຂ່າວສານຫວຽດນາມ.

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານນາງອຸປະທູດ ຫງວຽນເຟືອງຈ່າ, ຮອງຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສະຫະປະຊາຊາດ ຖືວ່າການຍົກອອກບົດລາຍງານໂຄງການດໍາເນີນງານລວມແມ່ນຖືກກັບຈຸດເວລາທີ່ລັດທິຫຼາຍຝ່າຍ ແລະບັນດາອົງການຈັດຕັ້ງສາກົນ, ລວມມີທັງ ສປຊ, ກໍາລັງປະເຊີນໜ້າກັບສິ່ງທ້າທາຍນາໆປະການ.

ຜູ້ຕາງໜ້າຫວຽດນາມ ເນັ້ນໜັກວ່າ ເພື່ອໃຫ້ ສປຊ ສາມາດເຄື່ອນໄຫວຢ່າງແຮງກວ່າ, ມີປະສິດທິຜົນກວ່າ, ວິວັດການປະຕິຮູບ, ຍົກລະດັບຕ້ອງໄດ້ເປີດກວ້າງ, ໂດຍອີງໃສ່ການປຶກສາຫາລືຢ່າງກວ້າງຂວາງ ແລະໄດ້ຮັບການນໍາພາຈາກບັນດາປະເທດສະມາຊິກ. ຄຽງຂ້າງກັນນັ້ນ, ຫວຽດນາມ ຖືວ່າ ການປະຕິຮູບທີ່ມີຄວາມໝາຍ ຕ້ອງຮັບປະກັນການເຂົ້າຮ່ວມຢ່າງກວ້າງຂວາງທີ່ສຸດຈາກບັນດາຝ່າຍທີ່ກ່ຽວຂ້ອງ, ພ້ອມທັງຍັງຮັກສາຄຸນລັກສະນະລະຫວ່າງລັດຖະບານຂອງ ສປຊ.

ໂດຍ: ໄຊນີດາ