ກ່າວຄຳເຫັນຕໍ່ນັກຂ່າວຢູ່ນະຄອນຫຼວງວຽນນາ ພາຍຫຼັງກັບຄືນຈາກການຢ້ຽມຢາມເຕເຮຣານ, ທ່ານ Grassi ໃຫ້ຮູ້ວ່າ: ສອງຝ່າຍມີ "ການເຈລະຈາທີ່ດີ". ຕາມນັ້ນແລ້ວ, ອີຣານ ແລະ IAEA ໃຫ້ຮູ້ວ່າ, ມຸ່ງໄປເຖິງເປົ້າໝາຍການແກ້ໄຂຂໍ້ຂັດແຍ່ງກ່ຽວກັບຕົ້ນກຳເນີດຂອງທາດຢູເຣນຽມ ທີ່ຖືກຄົ້ນພົບຢູ່ບັນດາສະຖານທີ່ນິວເຄຼຍເກົ່າ ແຕ່ບໍ່ໄດ້ເປີດເຜີຍໃນຕົ້ນເດືອນມິຖຸນານີ້.

ການກະທຳດັ່ງກ່າວໂດຍສອງຝ່າຍໄດ້ຍົກອອກມາໃນການຢ້ຽມຢາມ ເຕເຮຣານ ຂອງທ່ານ Grossi  ເພື່ອແນໃສ່ປຶກສາຫາລືກ່ຽວກັບບັນຫາທີ່ຮ້າຍແຮງທີ່ສຸດຊຶ່ງໄດ້ຂັດຂວາງເລື່ອງບັນດາຝ່າຍຟື້ນຟູການປະຕິບັດບັນຫານິວເຄຼຍຂອງອີຣານໃນປີ 2015. ປະຈຸບັນ, ບັນດາຝ່າຍທີ່ເຂົ້າຮ່ວມການເຈລະຈາທາງອ້ອມລະຫວ່າງອາເມລິກາ ແລະ ອີຣານ ລ້ວນແຕ່ໃຫ້ຮູ້ວ່າ ໃກ້ຈະບັນລຸຂໍ້ຕົກລົງສະບັບໜຶ່ງ.

ແຫຼ່ງຄັດຈາກ: vovworld.vn