ກ່າວຄຳເຫັນທີ່ນະຄອນຫຼວງ Abuja ຂອງ ນີເຊຣີ, ທ່ານ Antony Blinken ຖະແຫຼງວ່າ: ເພື່ອຢັ້ງຢືນເຈດຕະນາດີໃນການຮັກສາສາຍພົວພັນຄູ່ຮ່ວມມືກັບບັນດາປະເທດທະວີບອາຟຼິກາ, ທ່ານປະທານາທິບໍດີ ອາເມລິກາ Joe Biden ຄາດວ່າຈະຈັດຕັ້ງກອງປະຊຸມສຸດຍອດ ອາເມລິກາ - ທະວີບອາຟຼິກາ ເພື່ອແນໃສ່ຊຸກຍູ້ການເຄື່ອນໄຫວການທູດຂັ້ນສູງ, ເພີ່ມທະວີການພົວພັນ. ເຖິງຢ່າງໃດກໍຕາມ ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ ບໍ່ເຜີຍວັນເວລາລະອຽດການຈັດຕັ້ງກອງປະຊຸມດັ່ງກ່າວເທື່ອ.

ທ່ານລັດຖະມົນຕີຕ່າງປະເທດອາເມລິກາ ພວມເດີນທາງໄປປະຕິບັດງານເປັນຄັ້ງທຳອິດເຖິງບັນດາປະເທດທະວີບອາຟຼິກາ ແລະ ປະເທດ ນີເຊຣີ ແມ່ນປະເທດທີສອງໃນການໄປປະຕິບັດຂອງທ່ານ, ກ່ອນນັ້ນ ໃນວັນທີ 17 ພະຈິກ ທ່ານ Antony Blinken ໄດ້ໄປປະຕິບັດງານຢູ່ ເຄັນຢາ.

ແຫຼ່ງຄັດຈາກ: vovworld.vn