ການປຶກສາຫາລືລະຫວ່າງຜູ້ຕ່າງໜ້າກະຊວງການຕ່າງປະເທດອູເບກິດສະຖານ ແລະຄະນະຜູ້ແທນຕາລີບານ ຂອງອັບການິດສະຖານ ໄດ້ຖືກຈັດຂຶ້ນຢູ່ເທດສະບານເມືອງເຕິເມ ຢູ່ເຂດຊາຍແດນລະຫວ່າງສອງປະເທດ.

ສອງຝ່າຍໄດ້ປຶກສາຫາລືກ່ຽວກັບບັນຫາການຄ້າ ແລະການພົວພັນທາງດ້ານເສດຖະກິດຮັບປະກັນຄວາມສະຫງົບຢູ່ເຂດຊາຍແດນການຮ່ວມມືໃນຂົງເຂດພະລັງງານຂົນສົ່ງ ແລະເປັນທາງຜ່ານຂົນສົ່ງສິນຄ້າສາກົນ.

ຕາລີບານ ຍັງໝັ້ນໝາຍຈະປະຕິບັດນະໂຍບາຍໃໝ່ໂດຍຫຼຸດຜ່ອນຄວາມໂຫດຮ້າຍເມື່ອທຽບໃສ່ໄລຍະກຳອຳນາດກ່ອນນີ້ 20 ປີ.    ປັດຈຸບັນປະຊາຄົມໂລກຍັງຕິດຕາມການກະທຳໃໝ່ຂອງຕາລີບານ ໃນການບໍລິຫານປະເທດຊາດໃນນັ້ນມີບັນຫາສິດຂອງແມ່ຍິງ ແລະເດັກຍິງທີ່ໄດ້ຮັບຄວາມສົນໃຈເປັນພິເສດ.

ແຫຼ່ງຄັດຈາກ: vovworld.vn