ໃນການສົນທະນາທາງໂທລະສັບກັບ ທ່ານ Charles Michel ປະທານສະພາເອີຣົບ, ທ່ານ ສີຈິ້ນຜິງ ຖືວ່າ ສອງຝ່າຍຄວນພ້ອມກັນຊຸກຍູ້ການພັດທະນາການພົວພັນສອງຝ່າຍໃຫ້ໝັ້ນຄົງເຂັ້ມແຂງ ແລະມີສະຖຽນລະພາບ ເພາະວ່າສິ່ງນີ້ນອນໃນຜົນປະໂຫຍດຂອງທັງສອງຝ່າຍ. ທ່ານ ສີຈິ້ນຜິງ ຍັງເນັ້ນໜັກວ່າ ຈີນ ແລະອີຢູ ແມ່ນສອງຝ່າຍໃຫ້ຄວາມສຳຄັນຕໍ່ເອກະລາດ ແລະເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ.

ໃນການສົນທະນາທາງໂທລະສັບໃນວັນດຽວກັນ ກັບທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີສຽນຫຼົງ, ທ່ານ ສີຈິ້ນຜິງ ກໍຖືວ່າ ສອງປະເທດຄວນສົມທົບກັນເພື່ອແກ້ໄຂໜ້າທີ່ພັດທະນາພາຍຫຼັງໂລກລະບາດໂຄວິດ-19. ນອກຈາກນັ້ນ, ທ່ານ ສີຈິ້ນຜິງ ຍັງໄດ້ເນັ້ນໜັກວ່າ ສອງຝ່າຍຄວນເອົາໃຈໃສ່ຕໍ່ເງື່ອນໄຂໜູນຊ່ວຍສັງຄົມໃຫ້ປະຊາຊົນສອງປະເທດ ກໍຄືການພັດທະນາ ແລະ ວັດທະນາຖາວອນຂອງພາກພື້ນ, ໄປຄຽງຄູ່ກັນນັ້ນ ກໍພ້ອມກັນແກ້ໄຂໜ້າທີ່ໃໝ່ໃນການພັດທະນາປະເທດຊາດ ພາຍຫຼັງໂລກລະບາດ ເພື່ອສືບຕໍ່ນຳເອົາໝາກຜົນທີ່ຖືກໃຈມາໃຫ້ປະຊາຊົນ.

ແຫຼ່ງຄັດຈາກ: vovworld.vn