ເຂົາເຈົ້າໄດ້ຮັບການເຊີດຊູດ້ວຍໂຄງການວິທະຍາສາດຄົ້ນຄວ້າພັດທະນາຕົວເລັ່ງອົງຄະທາດ. ທ່ານນາງ Pernilla Wittung-Stafshede, ສະມາຊິກຂອງຄະນະກຳມະການໂນແບນເຄມີ ໃຫ້ຮູ້ວ່າ “ໂຄງການນີ້ນຳເອົາຜົນປະໂຫຍດມາໃຫ້ມວນມະນຸດຫຼາຍທີ່ສຸດ ”.

leftcenterrightdel
ນັກວິທະຍາສາດສອງຄົນ Benjamin List ແລະ David W.C.MacMillan. ພາບ: sggp.org.vn.

ຕາມ CNN ແລ້ວ, ນັກວິທະຍາສາດ 2 ຄົນ Benjamin List ແລະ David W.C.MacMillan ໄດ້ສ້າງເຄື່ອງມືໃໝ່ທີ່ມີເອກະລັກສະເພາະ ເພື່ອພັດທະນາຕົວເລັ່ງອົງຄະທາດຊ່ວຍຜະລິດຢາຊະນິດໃໝ່, ພ້ອມທັງຊ່ວຍໃຫ້ທາດເຄມີເປັນມິດກັບສິ່ງແວດລ້ອມກວ່າອີກ. ນັກວິທະຍາສາດສອງຄົນ ຈະໄດ້ຮັບເງິນລາງວັນໂນແບນເຄມີ ແມ່ນ 10 ລ້ານ krona ຊູແອັດ (ທຽບເທົ່າປະມານ 1,14 ລ້ານໂດລາສະຫະລັດ).

ໂດຍ: ແສງເດືອນ