ຄຽງຂ້າງນັ້ນ, ເຊີອູນ ກໍ່ປັບປຸງຄວາມສາມາດບຸກໂຈມຕີຍຸດທະສາດ ແລະປ້ອງກັນລູກສອນໄຟ ຜ່ານການຍູ້ແຮງບັນດາເຕັກໂນໂລຢີວິທະຍາສາດແຖວໜ້າ. ໃນບົດລາຍງານ,  JCS ຊີ້ແຈ້ງວ່າ: “ສປປ. ເກົາຫຼີ ພວມສືບຕໍ່ເພີ່ມທະວີຄວາມສາມາດນິວເຄຼຍ ແລະລູກສອນໄຟຂອງຕົນ, ໃນຂະນະການພົບປະເຈລະຈາປອດນິວເຄຼຍ ຖືກຢຸດສະງັກແຕ່ດົນແລ້ວ”.

leftcenterrightdel
ສປປ. ເກົາຫຼີ ຍິງລູກສອນໄຟທີ່ມີຄວາມໄວກວ່າສຽງ Hwasong-8 ໃນວັນທີ 28 ກັນຍາ. ພາບ: TASS.

ຖະແຫຼງການຂອງ JCS ໄດ້ປະກາດພາຍຫຼັງ ສປປ. ເກົາຫຼີ ດໍາເນີນການທົດລອງລູກສອນໄຟ ໃນໄລຍະມໍ່ໆມານີ້. ໃນອາທິດກ່ອນ, ສປປ.ເກົາຫຼີ ໄດ້ດຳເນີນການຍິງທົດລອງລູກສອນໄຟ ປ້ອງກັນອາກາດທັນສະໄໝ. ກ່ອນໜ້ານັ້ນສອງສາມມື້, ພຽງຢາງ ໄດ້ດຳເນີນການຍິງລູກສອນໄຟທີ່ມີຄວາມໄວກວ່າສຽງ.

ໂດຍ: ແສງເດືອນ