ຕາມເວັບໄຊສະຖິຕິ worldometers.info ແລ້ວ, ນັບແຕ່ເວລາ 1 ໂມງຂອງວັນທີ 2 ຕຸລາ (ຕາມເວລາ UTC), ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ກວ່າ 235 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດ 4,8 ລ້ານຄົນ. ອາເມລິກາ, ອິນເດຍ ແລະ ບຣາຊິນ ຍັງແມ່ນ 3 ປະເທດ ໄດ້ຮັບຜົນສະທ້ອນຫຼາຍກວ່າໝູ່ຢູ່ໃນໂລກ, ອາເມລິກາມີຜູ້ເສຍຊີວິດແມ່ນເກືອບ 179.000 ຄົນ, ບຣາຊິນ ກວ່າ 597.000 ຄົນ ແລະ ອິນເດຍ ແມ່ນກວ່າ 448.600 ຄົນ.

ໂດຍກ່ຽວຂ້ອງເຖິງບັນຫາວັກຊິນ, ຕາມບົດລາຍງານຂອງ ອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳ ຂອງ ສປຊ (UNESCO) ແລ້ວ, ພາກພື້ນ ອາເມລິກາ ລາຕິນ ແລະ Caribe ຕ້ອງຜະລິດວັກຊິນຕ່າງຫາກ ເພື່ອຜ່ານຜ່າໂລກລະບາດໂຄວິດ - 19. ປະລິມານວັກຊິນກັນໂຄວິດ - 19 ຂອງບໍລິສັດການຢາໃນທົ່ວໂລກຍັງຈຳກັດເຮັດໃຫ້ມີຄວາມຊັກຊ້າໃນຂັ້ນຕອນການຮັບປະກັນເວລາມອບຮັບວັກຊິນຕາມສັນຍາທີ່ໄດ້ລົງນາມ. ດັ່ງນັ້ນ, ຕາມ UNESCO ແລ້ວ, ຕ້ອງຮອດປີ 2022 ອາເມລິກາລາຕິນຈຶ່ງສາມາດປະຕິບັດສຳເລັດການສັກວັກຊິນໃຫ້  ປະຊາກອນໄດ້ 70%.

ແຫຼ່ງຄັດຈາກ: vovworld.vn