leftcenterrightdel
ທ່ານລັດຖະມົນຕີຕ່າງປະເທດ ສ.ເກົາຫຼີ Chung Eui-yong.ພາບ: YONHAP/ສໍານັກຂ່າວສານຫວຽດນາມ.

ວັນທີ 1 ຕຸລາ, ທ່ານລັດຖະມົນຕີຕ່າງປະເທດ ສ.ເກົາຫຼີ Chung Eui-yong ໄດ້ປະຕິເສດຄຳຮຽກຮ້ອງຂອງ ສປປ.ເກົາຫຼີ ກ່ຽວກັບເລື່ອງ ສ.ເກົາຫຼີ ແລະ ອາເມລິກາ ຕ້ອງປະຖິ້ມ “ນະໂຍບາຍເປັນປໍລະປັກ”, ຖືນີ້ແມ່ນການກະທຳພຽງລຳພັງຝ່າຍດຽວ, ພ້ອມທັງຢ້ຳຄືນວ່າ ເຊີອູນ ແລະ ວໍຊິງຕັນ ບໍ່ມີນະໂຍບາຍຄືແນວນັ້ນກັບ ພຽງຢາງ. ທ່ານລັດຖະມົນຕີຕ່າງປະເທດ Chung Eui-yong ໄດ້ຢັ້ງຢືນວ່າ ສ.ເກົາຫຼີ ແລະ ອາເມລິກາ ບໍ່ມີບໍ່ວ່ານະໂຍບາຍເປັນປໍລະປັກໃດຕໍ່ສປປ.ເກົາຫຼີ.

ແລະກໍ່ໃນວັນດຽວກັນ, ມີເຈົ້າໜ້າທີ່ກະຊວງທ້ອນໂຮມຊາດ ສ. ເກົາຫຼີຜູ້ໜຶ່ງ ໃຫ້ຮູ້ວ່າ ພຽງຢາງ ຍັງບໍ່ທັນມີຄຳຕອບຕໍ່ການໂທລະສັບການທະຫານຂອງເຊອູນ ແລະ ການຕິດຕໍ່ພົວພັນລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ ພາຍຫຼັງການນຳ ສປປ.ເກົາຫຼີ Kim Jong-un ສະເໜີໃຫ້ຟື້ນຟູສາຍຕິດຕໍ່ພົວພັນໃນຕົ້ນເດືອນ ຕຸລາ.

ໃນເຫດການທີ່ກ່ຽວຂ້ອງ, ວັນທີ 1 ຕຸລາ, ບັນດາເຈົ້າໜ້າທີ່ກະຊວງປ້ອງກັນປະເທດຂັ້ນສູງຂອງ ສ.ເກົາຫຼີ, ອາເມລິກາ ແລະ ຍີ່ປຸ່ນ ໄດ້ປຶກສາຫາລືເຫດຍິງລູກສອນໄຟຂອງ ສປປ.ເກົາຫຼີ. ໃນການເຈລະຈາທາງໂທລະສັບລະຫວ່າງ 3 ຝ່າຍ, ທ່ານ Kim Man-ki ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ສ.ເກົາຫຼີ, ຜູ້ຊ່ວຍວຽກລັດຖະມົນຕີກະຊວງປ້ອງກັນປະເທດອາເມລິກາ ທ່ານ Ely Ratner ຮັບຜິດຊອບບັນຫາຄວາມໝັ້ນຄົງ ຢູ່ມະຫາສະໝຸດອິນເດຍ - ປາຊີຟິກ ແລະ ທ່ານ Kazuo Masuda ເຈົ້າໜ້າທີ່ຂອງກະຊວງປ້ອງກັນປະເທດຍີ່ປຸ່ນ, ເຫັນດີເປັນເອກະພາບຮ່ວມມືກັນຢ່າງແໜ້ນແຟ້ນກ່ຽວກັບວິທີການສະແດງປະຕິກິລິຍາຕໍ່ບັນຫານີ້ໃນອະນາຄົດ.

ແຫຼ່ງຄັດຈາກ: vovworld.vn